ລາວ-ສປ ຈີນ ຮ່ວມມືໂຄງການສ້າງດາວທຽມລະບົບວິທະຍຸ-ໂທລະພາບ ແລະ ໂທລະຄົມລາວ
|
| Time:01/03/2010 10:00 |
|
ການເຊັນສັນຍາໂຄງການກໍ່ສ້າງດາວທຽມລະບົບວິທະຍຸໂທລະພາບ ແລະ ໂທລະຄົມລາວ ລະຫວ່າງອົງການວິທະຍາສາດ ແລະ
ເຕັກໂນໂລຊີແຫ່ງຊາດ ແລະ ກຸ່ມບໍລິສັດວິທະຍາສາດ ແລະ ເຕັກໂນໂລຊີການບິນອະວະກາດຂອງ ສປ ຈີນ (CASC) ຕາງ
ໜ້າບໍລິສັດດາວທຽມໂທລະຄົມນາຄົມອາຊີ-ປາຊີຟິກ ຈີນ ຈຳກັດ ແລະ ບໍລິສັດ ອຸດສາຫະກຳ ກຳແພງເມືອງຈີນ.
ໂຄງການດາວທຽມລາວ ຮ່ວມມືກັບ ສປ ຈີນ ກໍເປັນໂຄງການຍຸດທະສາດໜຶ່ງທີ່ມີຄວາມໝາຍສຳຄັນຕໍ່ກັບການພັດທະນາເສດຖະ
ກິດ-ສັງຄົມຂອງ ສປປ ລາວ ແລະ ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງສອງປະເທດອ້າຍນ້ອງບ້ານໃກ້ເຮືອນ
ຄຽງ ສປປ ລາວ ແລະ ສປ ຈີນ ເພື່ອສືບຕໍ່ປະຕິ ບັດຕາມເນື້ອໃນຈິດໃຈຂອງບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືພັດ
ທະນາໂຄງການກໍ່ສ້າງ ແລະ ດຳເນີນທຸລະກິດດາວທຽມລະບົບວິທະຍຸໂທລະ ພາບ ແລະ ໂທລະຄົມນາຄົມລາວ ທີ່ສອງຝ່າຍ
ລາວ-ຈີນ ໄດ້ເຊັນກັນທີ່ນະຄອນຫຼວງວຽງຈັນ ເມື່ອວັນທີ 25 ກັນຍາ 2009 ນັ້ນ ສອງຝ່າຍກໍໄດ້ສືບຕໍ່ ປຶກສາຫາລືກັນໃນສອງ
ໜ້າວຽກຕົ້ນຕໍຂອງໂຄງການ ເປັນຕົ້ນ ໄດ້ຮ່ວມກັນປັບປຸງບົດວິພາກເສດຖະກິດ-ເຕັກນິກຂອງໂຄງການ ເຊິ່ງມາເຖິງປັດຈຸບັນ ກໍຖື
ວ່າໄດ້ສຳເລັດຢ່າງສົມບູນ ແລະ ໄປພ້ອມໆກັນນັ້ນ ສອງຝ່າຍກໍໄດ້ສຸມໃສ່ສ້າງ ແລະ ປັບປຸງຮ່າງສັນຍາໂຄງການກໍ່ສ້າງດາວທຽມ
ລະບົບວິທະຍຸໂທລະ ພາບ ແລະ ໂທລະຄົມນາຄົມລາວ ແລະ ຜ່ານ ການເຈລະຈາປຶກສາຫາລືນຳກັນ ມາຮອດປັດຈຸບັນ ທັງ
ສອງຝ່າຍກໍໄດ້ເຫັນດີເປັນເອກະພາບກັນຕໍ່ຮ່າງ ສັນຍາດັ່ງກ່າວນີ້ ຈຶ່ງຕົກລົງຈັດໃຫ້ມີພິທີເຊັນສັນຍານີ້ຮ່ວມກັນ.
ສັນຍາໂຄງການກໍ່ສ້າງດາວທຽມລະບົບວິທະຍຸໂທລະພາບ ແລະ ໂທລະຄົມນາຄົມລາວ ມີ 3 ພາກສ່ວນລົງນາມຮ່ວມກັນຄື: ອົງ
ການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ໃນນາມຕາງໜ້າລັດຖະບານ ສປປ ລາວ ບໍລິສັດດາວທຽມໂທລະຄົມນາຄົມ
ອາຊີ-ປາຊີຟິກຈີນ ຈຳກັດ ແລະ ບໍລິສັດອຸດສາ ຫະກຳ ກຳແພງເມືອງຈີນ ພິທີເຊັນສັນຍາໄດ້ຈັດຂຶ້ນທີ່ໂຮງແຮມດອນຈັນພາເລດ
ໃນວັນທີ 25 ກຸມພາ ປີ 2010 ທີ່ນະຄອນຫຼວງວຽງຈັນ ເຊິ່ງຜູ້ລົງນາມ ໃນສັນຍາສະບັບນີ້ ຝ່າຍ ສປປ ລາວ ແມ່ນທ່ານສາດ
ສະດາຈານ ດຣ. ບຸນຕຽມ ພິດສະໄໝ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ຫົວໜ້າ ອົງການວິທະຍາສາດ ແລະ
ເຕັກໂນໂລຊີແຫ່ງຊາດ ໃນນາມບໍລິສັດດາວທຽມໂທລະຄົມນາຄົມອາຊີ-ປາຊີຟິກ ຈີນ ຈຳກັດ ແມ່ນທ່ານ ຫຼຽງ ສຽວຫົງ ເລຂາ
ຄະນະພັກສະຖາບັນເຕັກໂນໂລຊີຍານສົ່ງດາວທຽມ ທັງເປັນປະທານສະພາບໍລິຫານຂອງບໍລິສັດດາວທຽມໂທລະຄົມນາຄົມອາຊີ-
ປາຊີຟິກ ຈີນ ຈຳກັດ "China-Asia Pacific Mobile Telecommunication Satellite Company Limited (China-
APMT)" ແລະ ໃນນາມບໍລິສັດ ອຸດສາຫະກຳ ກຳແພງເມືອງຈີນ ແມ່ນທ່ານ ອິນ ຫຼີມິງ (Yin Liming) ປະທານບໍລິສັດ
ອຸດສາຫະກຳ ກຳແພງເມືອງຈີນ ໂດຍການໃຫ້ກຽດ ເຂົ້າຮ່ວມເປັນສັກຂີພິຍານ ຂອງພະນະທ່ານ ດວງໃຈ ພິຈິດ ຮອງນາຍົກ
ລັດຖະມົນຕີ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ພ້ອມບັນດາພະນັກງານຂັ້ນສູງທີ່ກ່ຽວທັງສອງຝ່າຍ.
|
|
ຂ່າວຈາກ:
ນ.ສ.ພ ວຽງຈັນໃຫມ່
|