ອົງການຈັດຕັ້ງ
ຜູ້ໃຊ້ເຂົ້າສູ່ລະບົບ
ເບີແຈ້ງສຸກເສີນ
ດັບເພີງ 190
ຕຳຫຼວດ 191
ໂຮງໝໍ 195
ນ້ຳປະປາ 196
ໄຟຟ້າ 199
ໄຂ້ຫວັດ 2009 166
ເບີສອບຖາມທົ່ວໄປ 168
ລະບົບ ປະຕູຖານຂໍ້ມູນ ແບບເອເລັກໂຕຼນິກ> ຂະບວນລົດໄຟທ່ອງທ່ຽວຈະມາຮອດລາວ
ຂະບວນລົດໄຟທ່ອງທ່ຽວຈະມາຮອດລາວ
Time:25/02/2010 12:00


ໃນວັນທີ 25 ກຸມພາ 2010 ຈະມີຂະບວນລົດໄຟທ່ອງທ່ຽວເຂົ້າມາລາວ ຄືສະຖານີທ່ານາແລ້ງ ຊຶ່ງແມ່ນລົດໄຟທ່ອງທ່ຽວຂອງສິງ
ກະໂປ ຊື່ວ່າ EASTERNAND ORIENTAL EXPRESS ຈະນຳພາຜູ້ໂດຍສານທ່ອງທ່ຽວຈາກປະເທດອາຊີ ແລະ ເອີຮົບ ຊຶ່ງ
ມີຈຳນວນນັກທ່ອງທ່ຽວທັງໝົດ 110 ຄົນ ນອກຈາກນັ້ນມີຜູ້ບໍລິການຮັບໃຊ້ຈຳນວນ 50 ຄົນ ທີ່ມາຈາກ 14 ປະເທດ ສຳລັບປະ
ເທດທີ່ມາຫຼາຍກ່ວາໝູ່ແມ່ນປະເທດອາເມລິກາ ມີ 20 ຄົນ ປະເທດມີ 2 ທ່ານ ອັງກິດ 18 ຄົນ ແລະ ປະເທດທີ 3 ແມ່ນເຢຍລະ
ມັນ 13 ຄົນ ສຳລັບໃນເຂດອາຊີປະເທດທີ 1 ແມ່ນມາຈາກປະເທດໄທ ມີ 14 ຄົນ ປະເທດທີ 2 ຟີລິບປິນ 9 ຄົນ ແລະ ປະ
ເທດທີ 3 ຍີ່ປຸ່ນ 13 ຄົນ ນອກຈາກນັ້ນຍັງມາຈາກທະວີບໂອເຊອານີ ເຊັ່ນ: ປະເທດອົດສະຕຮາລີ 15 ຄົນ ລົດໄຟຄັນດັ່ງກ່າວ
ຈະມາຮອດສະຖານີທ່ານາແລ້ງໃນວັນທີ 25/2/2010 ເວລາ 18:30 ໂມງ ຮອດໜອງຄາຍເວລາ 18:45 ໂມງ.
 
ລົດໄຟຂະບວນດັ່ງກ່າວຈະນຳນັກທ່ອງທ່ຽວເຂົ້າມາລາວໃນເບື້ອງຕົ້ນປີໜຶ່ງ 1-2 ຂະບວນເທົ່ານັນຂຶ້ນກັບລູກຄ້າທ່ອງທ່ຽວຜູ້ໂດຍ
ສານຈະຈອງ ຊຶ່ງເປັນການລິເລີ່ມທີ່ຈະນຳພານັກທ່ອງທ່ຽວມາຈາກຫຼາຍທະວີບໃນໂລກເຂົາມາ ສປປ ລາວ ດ້ວຍທາງລົດໄຟທ່ອງ
ທ່ຽວລະດັບສູງ ມີຄວາມສະອາດສວຍງາມ.
 
ຄິດວ່າບັນດາທ່ານຄວາມຈະໃຫ້ຄວາມສົນໃຈຕໍ່ລົດໄຟຂະບວນດັ່ງກ່າວ ຊຶ່ງໄປຊົມຄວາມສວຍງາມຂອງລົດໄຟຂະບວນດັ່ງກ່າວ ໃນ
ວັນທີ 25/2/2010 ເວລາ 9:15 ໂມງ ທີ່ສະຖານີທ່ານາແລ້ງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ສຳລັບປີ້ໂດຍສານລົດ
ໄຟບາງກອກ-ວຽງຈັນ (ຊັ້ນໜຶ່ງ) 2.800 ໂດລາ/ຄົນ ສິງກະໂປ-ວຽງຈັນ  4.800 ໂດລາ/ຄົນ.

ຂ່າວຈາກ:   ນ.ສ.ພ ວຽງຈັນໃຫມ່