ອົງການຈັດຕັ້ງ
ຜູ້ໃຊ້ເຂົ້າສູ່ລະບົບ
ເບີແຈ້ງສຸກເສີນ
ດັບເພີງ 190
ຕຳຫຼວດ 191
ໂຮງໝໍ 195
ນ້ຳປະປາ 196
ໄຟຟ້າ 199
ໄຂ້ຫວັດ 2009 166
ເບີສອບຖາມທົ່ວໄປ 168
ລະບົບ ປະຕູຖານຂໍ້ມູນ ແບບເອເລັກໂຕຼນິກ> ຕີລາຄາດ້ານການເງິນໂຄງການນຳໃຊ້ທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກຕ່າງປະເທດ
ຕີລາຄາດ້ານການເງິນໂຄງການນຳໃຊ້ທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກຕ່າງປະເທດ
Time:09/02/2010 10:30


ກົມການເງິນຕ່າງປະເທດ ກະຊວງການເງິນໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດດ້ານການເງິນໂຄງການທີ່ນຳໃຊ້ທຶນກູ້ຢືມ ແລະ ທຶນຊ່ວຍ
ເຫຼືອລ້າຈາກຕ່າງປະເທດ ໃນວັນທີ 5 ກຸມພາ 2010 ອັນເນື່ອງຈາກແຫຼ່ງທຶນກູ້ຢືມ ແລະ ການຊ່ວຍເຫຼືອລ້າຍັງເປັນແຫຼ່ງສຳຄັນທີ່ຕອບສະໜອງທຶນ
ຮອນໃຫ້ແກ່ການລົງທຶນຂອງພາກລັດ ທັງໃນຮູບແບບຂອງໂຄງການ ແລະ ແຜນງານເພື່ອບັນລຸຄາດໝາຍແຜນພັດທະນາເສດຖະກີດ-ສັງຄົມຂອງລັດ
ຖະບານ ຕາມແນວທາງປ່ຽນແປງໃໝ່ຂອງພັກ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ພື້ນຖານເສດຖະກີດສັງຄົມຂອງປະເດທດ ເພື່ອຫຼຸດຜ່ອນຄວາມທຸກ
ຍາກຂອງ ປະຊາຊົນບັນດາເຜົ່າລົງເທື່ອລະກ້າວ ແລະ ນຳພາປະເທດຊາດອອກຈາກສະພາບດ້ອຍພັດທະນາໃນປີ 2020.
 
ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງການເງິນກ່າວຕໍ່ບັນດາຫົວໜ້າກົມ ຮອງກົມຈາກບັນດາກະຊວງ ຫົວໜ້າພະແນກການເງິນແຂວງ
ຫົວໜ້າໂຄງການ ແລະ ວິຊາການຈາກກະຊວງ ຂະແໜງການ ທ້ອງຖິ່ນກ່ຽວຂ້ອງທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ ກອງປະຊຸມນີ້ເນັ້ນການປືກສາຫາລື
ແລະ ແລກປ່ຽນຄຳຄິດຄຳເຫັນນຳກັນ ເພື່ອໃຫ້ການຄຸ້ມຄອງດ້ານການເງິນຂອງໂຄງການ ກໍຄືລະບົບການເບີກຈ່າຍເງິນຕໍ່ໂຄງການຕ່າງໆໄດ້ຮັບປະກັນ
ດີຂື້ນອີກ ກ້າວໜຶ່ງ ທັງຮັບປະກັນປະສິດທິພາບ ແລະ ປະສິດທິຜົນໃນການຈັດຕັ້ງປະຕິບັດໂຄງການປີຕໍ່ໄປ ຂະນະດຽວກັນກໍເພື່ອພິຈາລະນາເຖິງມາກ
ຕະການແກ້ໄຂຕາມພາລະບົດບາດຂອງຕົນເຊັ່ນດຽວກັນ ໃນໄລຍະຜ່ານມາກະຊວງການເງິນໄດ້ພະຍາຍາມປັບປຸງຂອດການຄຸ້ມຄອງການເງິນ ທັງໃນ
ລະດັບການເງິນແຫ່ງລັດ ກໍຄືການເງິນໃນລະດັບຈຸນລະພາກ ເຊັ່ນໄດ້ສືບຕໍ່ຈັດຕັ້ງປະຕິບັດແຜນງານປັບປຸງຄວາມເຂັ້ມແຂງໃນການຄຸ້ມຄອງການເງິນ
ແຫ່ງລັດ ໂຄງການຫັນຄັງເງິນສູ່ທັນສະໄໝ ໂດຍການຈັດຕັ້ງປະຕິບັດບັນຊີລວມສູນຄັງເງິນແຫ່ງຊາດ ແລະ ໂຄງການອື່ນໆໃນຂົງເຂດພາສີ ແລະ
ສ່ວຍສາອາກອນ ນອກນີ້ ກໍຈະເປັນເວທີທີ່ສຳຄັນໃນການຄົ້ນພົບວິທີແກ້ໄຂຂໍ້ຄົງຄ້າງຕ່າງໆ ເພື່ອເປັນພື້ນຖານຮັບປະກັນການຈັດຕັ້ງປະຕິບັດໂຄງການ
ໃນປີ 2010 ນີ້ ໃຫ້ມີບາດ ກ້າວອັນໃໝ່ ບົນພື້ນຖານການກຳແໜ້ນກົດໝາຍຕ່າງໆ ເຊັ່ນ ກຳນົດໝາຍການໃຊ້ງົບປະມານຂອງລັດ ສະບັບປັບປຸງໃໝ່
ຊຶ່ງຈະເປັນບ່ອນອີງໃນການຄິດໄລ່ລາຍຈ່າຍທີ່ກ່ຽວຂ້ອງ ໂດຍຈະນຳໃຊ້ສົມທົບກັບລະບຽບການຂອງຜູ້ໃຫ້ທຶນຕາມຂໍ້ກຳນົດຂອງສັນຍາແມ່ ທີ່ລັດຖະ
ບານໄດ້ຕົກລົງກັບຜູ້ໃຫ້ທຶນ ແລະ ຮ່າງລະບຽບການຄຸ້ມຄອງດ້ານການເງິນ ສຳລັບທຶນຊ່ວຍເຫຼືອທາງການເພື່ອການພັດທະນາທີ່ໄດ້ປັບປຸງມາຈາກ
ລະບຽບການ ສະບັບເລກທີ 1369/ກງ ຊຶ່ງຈະປະກອບສ່ວນໃນການຜັນຂະຫຍາຍດຳລັດສະບັບເລກທີ 75/ນຍ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້
ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ ແລະ ເປັນພື້ນຖານໃຫ້ແກ້ການອອກປື້ມຄູ່ມືການຄຸ້ມຄອງການເງິນຂອງໂຄງການໃນຕໍ່ໜ້າ.
 
ທ່ານ ສົມດີ ດວງດີ ກ່າວອີກວ່າ ໃນສົກປີ 2008-2009 ຜ່ານມາ ໄດ້ຮັບການສະໜັບສະໜູນທຶນກູ້ຢືມ ແລະ ຊ່ວຍເຫຼືອຈາກຕ່າງປະເທດທັງໝົດ
196 ໂຄງການ ໂດຍໄດ້ເບີກຖອນໃນສົກປີຈຳນວນ 253.992.030,88 ໂດລາ ໃນນັ້ນເງິນກູ້ຢືມມີ 70 ໂຄງການ ກວມ 68% ເງິນຊ່ວຍເຫຼືອລ້າ
ເປັນໂຄງການ 121 ໂຄງການ ກວມ 30% ເງິນກູ້ ແລະ ນຳໃຊ້ເພື່ອດຸ່ນດ່ຽງງົບປະມານມີ 5 ໂຄງການກວມ 2%


ຂ່າວຈາກ:   ນ.ສ.ພ ວຽງຈັນໃຫມ່