ອົງການຈັດຕັ້ງ
ຜູ້ໃຊ້ເຂົ້າສູ່ລະບົບ
ເບີແຈ້ງສຸກເສີນ
ດັບເພີງ 190
ຕຳຫຼວດ 191
ໂຮງໝໍ 195
ນ້ຳປະປາ 196
ໄຟຟ້າ 199
ໄຂ້ຫວັດ 2009 166
ເບີສອບຖາມທົ່ວໄປ 168
ລະບົບ ປະຕູຖານຂໍ້ມູນ ແບບເອເລັກໂຕຼນິກ> ສະມາຄົມມິດຕະພາບລາວ - ສ.ເກົາຫລີພົບປະສອງຝ່າຍ
ສະມາຄົມມິດຕະພາບລາວ - ສ.ເກົາຫລີພົບປະສອງຝ່າ
Time:09/02/2010 09:50

ໃນຕອນເຊົ້າວັນທີ 5 ກຸມພາ 2010, ທີ່ໂຮງແຮມລ້ານຊ້າງໄດ້ມີການຈັດກອງປະຊຸມພົບປະລະຫວ່າງສະມາ ຄົມມິດຕະພາບລາວ - ສ.ເກົາ
ຫລີ ແລະ ສ.ເກົາຫລີ - ລາວ ຄັ້ງທີ I ຂຶ້ນ. ຝ່າຍລາວນຳໂດຍທ່ານ ທົງສະຫວາດ ປຣະເສີດ ປະທານສະມາຄົມມິດຕະພາບລາວ - ສ.
ເກົາຫລີພ້ອມດ້ວຍຄະນະ. ຝ່າຍ ສ.ເກົາຫລີນຳໂດຍທ່ານ ໂອມຽງຫວັນ (Oh Myung Hwan) ປະທານສະມາຄົມມິດຕະພາບ ສ.ເກົາຫລີ
- ລາວພ້ອມດ້ວຍຄະນະ. ກອງປະຊຸມຄັ້ງນີ້ທັງ ສອງຝ່າຍໄດ້ມີການປຶກສາຫາລືແລກປ່ຽນຄວາມຄິດເຫັນໃນ ການເສີມສ້າງສາຍພົວພັນມິດຕະ
ພາບຂະຫຍາຍການຮ່ວມມື,ການລົງທຶນພ້ອມກັນນັ້ນທັງສອງ ຝ່າຍຍັງໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈເພື່ອເປັນບ່ອນອີງໃນການຈັດຕັ້ງ
ແຜນການຮ່ວມມືໃນຕໍ່ຫນ້າ.

ການຢ້ຽມຢາມຄັ້ງນີ້ຄະນະໄດ້ເຂົ້າຢ້ຽມຂໍ່ານັບຜູ້ນຳ ພັກ - ລັດ ແລະ ລົງຢ້ຽມຢາມໂຄງການລ້ຽງງົວ, ບາງໂຮງຮຽນ ແລະ ແຜນການໆສ້າງ
ອ່າງນ້ຳທີ່ບ້ານແລນາ ເມືອງປາກງື່ມ ນະຄອນຫລວງວຽງຈັນ.


 

ຂ່າວຈາກ:   ນສພ ປະຊາຊົນ