ຄູເຝິກບານເຕະຍິງ ໄດ້ຄວາມຮູ້ອັນໃໝ່ຈາກ FIFA
|
| Time:09/02/2010 09:00 |
|
ຄູເຝິກບານເຕະຍິງຂອງລາວເຮົາຄື ຢູ່ນະຄອນຫຼວງວຽງຈັນ ແຂວງວຽງຈັນ ແຂວງໄຊຍະບູລີ ສະຫວັນນະເຂດ ຄຳມ່ວນ ແລະ ແຂວງຈຳປາສັກ ຈຳ
ນວນ 21 ຄົນ ໄດ້ຄວາມຮູ້ອັນໃໝ່ ຈາກສະຫະພັນບານເຕະນາໆຊາດ (FIFA) ພາຍຫຼັງ ທ່ານນາງ ໂມນິກາ ສະຕັບ ຊ່ຽວຊານບານເຕະຍິງ ຈາກ
ປະເທດເຢຍລະມັນ ຂອງ FIFA ມາຖ່າຍທອດຄວາມຮູ້ ໃຫ້ຢູ່ສະຫະພັນບານເຕະແຫ່ງຊາດລາວ ລະຫວ່າງວັນທີ 30 ມັງກອນ ຫາ 3 ກຸມພາ ນີ້.
ພາຍຫຼັງສຳເລັດຊຸດເຝິກອົບຮົມນັ້ນ ທ່ານ ດາວເພັດ ບົວພາ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ ທັງເປັນຫົວໜ້າ ອະນຸກຳມະການ
ບານເຕະຍິງ ແຫ່ງຊາດລາວ ກໍໄດ້ຮຽກຮ້ອງໃຫ້ບັນດາ ຄູເຝິກທຸກຄົນ ນຳເອົາຄວາມຮູ້ຄວາມສາມາດຂອງຕົນ ທີ່ໄດ້ຮຽນມາ ໄປພັດທະນາກີລາ
ບານເຕະຍິງ ຢູ່ໃນຂັ້ນທ້ອງຖິ່ນຂອງຕົນ ໃຫ້ມີຄວາມກ້າວໜ້າ ແລະ ກ້າວຂຶ້ນມາຕິດທິມຊາດ ໃຫ້ຫຼາຍຂຶ້ນກ່ວາເກົ່າ.
ທ່ານນາງ ໄອ່ຄຳ ພົມມະກົດ ອາຈານສອນຢູ່ໂຮງຮຽນ ມ.ສ ໄຊເຊດຖາ ນະຄອນຫຼວງວຽງຈັນ ໃນນາມເປັນນັກສຳມະນາກອນຄັ້ງນີ້ ກໍໄດ້ໃຫ້ສຳ
ພາດກັບ ຜູ້ສື່ຂ່າວວ່າ: ຜ່ານການເຝິກອົບຮົມຄັ້ງນີ້ ກໍສາມາດເກັບກຳເອົາຄວາມຮູ້ໄດ້ຫຼາຍຢ່າງ ຈາກທ່ານນາງ ໂມນິກາ ສະຕັບ ເປັນຕົ້ນແມ່ນ ທັກ
ສະການເຕະບານ ໃນຂັ້ນພື້ນຖານອື່ນໆອີກ ຈຶ່ງຈະໄດ້ນຳເອົາຄວາມຮູ້ ຄວາມສາມາດ ໄປສ້າງນັກກີລາບານເຕະຍິງ ຢູ່ພາຍໃນໂຮງຮຽນຂອງຕົນ
ໃຫ້ມີຄວາມກ້າວໜ້າ ແລະ ກາຍເປັນຂະບວນກວ້າງຂວາງ ກ່ວາເກົ່າ
|
|
ຂ່າວຈາກ:
ນ.ສ.ພ ວຽງຈັນໃຫມ່
|