ອົງການຈັດຕັ້ງ
ຜູ້ໃຊ້ເຂົ້າສູ່ລະບົບ
ເບີແຈ້ງສຸກເສີນ
ດັບເພີງ 190
ຕຳຫຼວດ 191
ໂຮງໝໍ 195
ນ້ຳປະປາ 196
ໄຟຟ້າ 199
ໄຂ້ຫວັດ 2009 166
ເບີສອບຖາມທົ່ວໄປ 168
ລະບົບ ປະຕູຖານຂໍ້ມູນ ແບບເອເລັກໂຕຼນິກ> ຊາວນະຄອນຫຼວງວຽງຈັນ ຮ່ວມສະເຫຼີມສະຫຼອງວັນປະດິດສະຖານອະນຸສາວະລີ ພະຍາຟ້າງຸ່ມ ຄົບຮອບ 7 ປີ
ຊາວນະຄອນຫຼວງວຽງຈັນ ຮ່ວມສະເຫຼີມສະຫຼອງວັນປະດິດສະຖານອະນຸສາວະລີ ພະຍາຟ້າງຸ່ມ ຄົບຮອບ 7 ປີ
Time:06/01/2010 10:00

                       



ພິທີສະເຫຼີມສະຫຼອງວັນປະດິດສະຖານອະນຸສາວີພະຍາຟ້າງຸ່ມ ປະຈຳປີ 2010 ນີ້ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ມັງກອນ 2010 ຊຶ່ງຖືເປັນປີທີ
7 ແຫ່ງການອັນເຊີນ ກໍຄືການກໍ່ສ້າງອະນຸສາວະລີພະຍາຟ້າງຸ່ມ ຢູ່ທີ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
 
ການສະເຫຼີມສະຫຼອງໃນປີນີ້ ແມ່ນໄດ້ຈັດຂຶ້ນເປັນເວລາ 2 ມື້ 1 ຄືນ (4-5/1/2010) ຊຶ່ງມີຜູ້ຕາງໜ້າຈາກອຳນາດການປົກຄອງນະຄອນຫຼວງວຽງຈັນ
ພະແນກຖະແຫຼງຂ່າວ ແລະ ວັດທະນະທຳ ພ້ອມດ້ວຍປະຊາຊົນບັນດາເຜົ່າ ໂດຍສະເພາະກໍແມ່ນຊາວນະຄອນຫຼວງວຽງຈັນ ຈຳນວນຫຼາຍຮ້ອຍຄົນ
ເຂົ້າຮ່ວມພິທີດັ່ງກ່າວຢ່າງເບີກບານມ່ວນຊື່ນ ສຳລັບກິດຈະກຳໃນມື້ທຳອິດ (ວັນທີ 4/1/2010) ແມ່ນໄດ້ມີການແຫ່ອຸປະຄຸດສູດໄຊຍະມຸງຄຸນ ພັງທຳ
ມະເທດສະໜາ ຕອນຄ່ຳຄືນແມ່ນມີການວຽນທຽນ ແລະ ຄົບງັນຕາມຮີດຄອງປະເພນີຕະຫຼອດຄືນ ສ່ວນຕອນເຊົ້າວັນທີ 5/1/2010 ແມ່ນໄດ້ມີການຕັກ
ບາດຢາດ ນ້ຳ ພຣະ 57 ອົງ.
 
ໃນໂອກາດນີ້ ທ່ານ ສີພາ ພິລາວົງ ຄະນະແນວໂຮມນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ການຈັດງານຄັ້ງນີ້ ແມ່ນຖືເປັນຄັ້ງທີ 7 ຄັ້ງທຳອິດຈັດຂຶ້ນ
ໃນປີ 2003 ຊຶ່ງໃນທຸກໆປີແມ່ນພວກເຮົາຈະໄດ້ຈັດງານດັ່ງກ່າວນີ້ເປັນປະຈຳ ໃນລະຫວ່າງຕົ້ນເດືອນມັງກອນ ກໍຄືທຸກວັນທີ 5 ເດືອນ 1 ຂອງທຸກໆ
ປີ ເພື່ອລະນຶກເຖິງບຸນຄຸນຂອງບັນພະບູລຸດນັກຮົບວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດໃນສົງຄາມປົດປ່ອຍຊາດ ແລະ ປົກປັກຮັກສາລະບອບໃໝ່
ເພາະສະຖານທີ່ ດັ່ງກ່າວນີ້ ຖືເປັນໃຈກາງຄວາມສາມັກຄີ ເປັນບ່ອນສຶກສາອົບຮົມນ້ຳໃຈຮັກຊາດແພງເຊື້ອຂອງປວງຊົນລາວທັງຊາດ ກໍຄືຊາວນະ
ຄອນຫຼວງວຽງຈັນໝົດ ທຸກຄົນ.
 
ພະຍາຟ້າງຸ່ມ ຫຼື ພະຍາຟ້າຫຼ້າທໍລະນີສີສັດຕະນາຄະນະຫູດ ເປັນອົງກະສັດອົງທີ 25 ແຫ່ງລາຊາວົງລ້ານຊ້າງ (ຂຸນລໍອົງທີ 1) ຫຼື ຄອງລາດແຕ່
ຄ.ສ 1353-1372 ພະອົງໄດ້ທ້ອນໂຮມຫົວເມືອງລາວ ທີ່ຢູ່ກະແຈກກະຈາຍເຂົ້າເປັນອັນໜຶ່ງອັນດຽວ ເອີ້ນວ່າ: ອານາຈັກລາວລ້ານຊ້າງ.

ຂ່າວຈາກ:   ນ.ສ.ພ ວຽງຈັນໃຫມ່