ໄພນ້ຳຖ້ວມຢູ່ເທດສະບານເມືອງກະລຶມ ໄດ້ຮັບຜົນເສຍຫາຍ 10 ຕື້ກ່ວາກີບ
|
| Time:06/10/2009 09:10 |
|
ໃນຕອນບ່າຍຂອງວັນທີ 1 ຕຸລານີ້ ທ່ານ ພອນເພັດ ຄິວລະວົງ ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 16
ປະທານຄະນະຮັບຜິດຊອບຕ້ານໄພພິບັດ ແຂວງເຊກອງ ໄດ້ລົງກວດກາຄວາມເສຍຫາຍຈາກໄພນ້ຳຖ້ວມຢູ່ເທດສະບານ ເມືອງ
ກະລຶມ ຊຶ່ງຄາດຄະເນຄວາມເສຍຫາຍໃນເບື້ອງຕົ້ນ ປະມານ 10 ຕື້ກ່ວາກີບປະຊາຊົນ ແລະ ພະນັກງານຜູ້ທີ່ປະສົບເຄາະຮ້າຍ
ຂາດທີ່ຢູ່ອາໄສ ແລະ ຂາດອາຫານການກິນ ຫຼາຍກ່ວາ 100 ຄົນ.
ທ່ານ ນີສອນ ວີອິນຢາວ ເຈົ້າເມືອງກະລຶມ ລາຍງານໃຫ້ຮູ້ວ່າ: ເລີ່ມແຕ່ເວລາ 15 ໂມງ ຫາ 23 ໂມງຂອງວັນທີ 29 ກັນຍາ
ຜ່ານມາ ນ້ຳເຊກອງ ໄດ້ຍື່ງຂຶ້ນ ຄາດຕະເນວ່ານາທີໜຶ່ງຕໍ່ 3 ແມັດ ຈົນກາຍລະດັບອັນຕະລາຍ ຊຶ່ງນ້ຳໄດ້ຖ້ວມ ແລະ ພັດຊຸ
ເຮືອນຂອງປະຊາຊົນ ສະເພາະໃນເທດສະບານເມືອງ ຈຳນວນ 2 ບ້ານ ຄື: ບ້ານແກ້ງກຸຍ ແລະ ບ້ານແກ້ງກຽນເສຍຫາຍຈຳ
ນວນ 27 ຫຼັງ ແລະ ເສຍຫາຍທີ່ພໍໃຊ້ການໄດ້ 19 ຫຼັງ ພິເສດອາຄານຫ້ອງການ ໂຮງຮຽນ ໂຮງໝໍ ເຮືອນພັກໂສດ ຂອງພະ
ນັກງານເສຍຫາຍຈຳນວນ 11 ຫຼັງ ສິ່ງທີ່ຫຼໍ່ແຫຼມແມ່ນອາຄານຂອງໂຮງໝໍ ນອກຈາກບໍ່ຄົງຄວາມສະພາບເດີມແລ້ວ ອຸປະກອນ
ການແພດ ຢາປົວພະຍາດຖືກກະແສນ້ຳພັດໄປຈົນໝົດ ປະເມີນຄວາມເສຍຫາຍໃນເບື້ອງຕົ້ນຫຼາຍກ່ວາ 10ຕື້ກີບ.
ປັດຈຸບັນ ເມືອງກະລຶມຕ້ອງການຊ່ວຍເຫຼືອ ຄື: ເຂົ້າກິນ ອາຫານ ນ້ຳດື່ມ ເຄື່ອງນຸ່ງຫົ່ມ ອຸປະກອນການແພດ ຢາປົວພະຍາດ
ຜ້າເຕັ້ນ ແລະ ພາຫະນະຂົນສົ່ງ ຊຶ່ງຈຳນວນທີ່ວ່ານີ້ ທາງແຂວງເຊກອງ ໄດ້ຕອບສະໜອງສ່ວນໜຶ່ງແລ້ວ ຊຶ່ງໄດ້ຂົນສົ່ງເຂົ້າ
ສານໜຽວ ແກັດມີ່ ນ້ຳດື່ມ ເກືອ ປາກະປ໋ອງ ແລະ ອື່ນໆຈຳນວນ 3 ຖ້ຽວບິນ ແລະ ມອບເງິນສົດ 10 ລ້ານກີບເພື່ອຊ່ວຍບັນ
ເທົາໃນເບື້ອງຕົ້ນ.
ເຈົ້າເມືອງກະລຶມ ລາຍງານຕື່ມວ່າ: ໃນ 2 ມື້ຜ່ານມາ ທາງຄະນະພັກ ຄະນະປົກຄອງເມືອງໄດ້ແກ້ໄຂເບື້ອງຕົ້ນເຊັ່ນ: ແຕ່ລະ
ຫ້ອງການໃຫ້ພະນັກງານພຽງແຕ່ 1 ຄົນປະຈຳການ ສ່ວນໂຮງຮຽນແມ່ນໃຫ້ຢຸດການຮຽນ-ການສອນໝົດອາທິດ ໂດຍສຸມກຳລັງ
ເພື່ອຊ່ວຍຄອບຄົວຜູ້ປະສົບໄພ ນອກນີ້ກໍໄດ້ແກ້ໄຂເຂົ້າກິນໂດຍກູ້ຢືມເອົາເຂົ້າມາແຈກຢາຍກ່ອນ ສະເພາະຄອບຄົວຜູ້ທີ່ປະສົບ
ໄພຮ້າຍແຮງ ສະເພາະໃນວັນທີ 2 ຕຸລາ ຈະມີແຜນແຈກຢາຍ 2 ກຳລັງລົງກວດກາຄວາມເສຍຫາຍຢູ່ດ້ານເທິງ ແລະ ດ້ານລຸ່ມ
ຂອງເມືອງ ຊຶ່ງຄາດຄະເນວ່າ ຈະມີເຖິງ 11 ບ້ານໄດ້ຮັບຜົນເສຍຫາຍຈາກໄພນ້ຳຖ້ວມໃນຄັ້ງນີ້ ໃນນີ້ ບ້ານທີ່ເປັນຈຸດຫຼໍ່ແຫຼມ
ດ້ານເທິງຂອງເມືອງມີ 3 ບ້ານ ຄື: ບ້ານກລຸງ ບ້ານບາກ ແລະ ບ້ານຕະຫວາງໃໝ່ ສ່ວນດ້ານລຸ່ມຂອງເມືອງ ກໍມີ 3 ບ້ານຄື:
ບ້ານຕຼາກ ບ້ານປາກໄຕຼ ແລະ ບ້ານຫາດແປ້.
ທ່ານ ຄຳພັນ ວົງດາລາ ຮອງເລຂາພັກເມືອງກະລຶມ ອາຍຸ 61 ປີ ເວົ້າສູ່ຟັງວ່າ ນັບແຕ່ເກີດມາບໍ່ເຄີຍເຫັນປະກົດການເຊັ່ນນີ້ມາ
ກ່ອນ ນີ້ເປັນຄັ້ງປະຫວັດສາດທີ່ກໍ່ໃຫ້ເກີດຄວາມເສຍຫາຍ ເມື່ອຖາມວ່າ ສັດລ້ຽງຂອງປະຊາຊົນເສຍຫາຍຈຳນວນເທົ່າໃດ?
ທ່ານຕອບວ່າ ບໍ່ທັນໄດ້ຂໍ້ມູນລະອຽດເທື່ອ ສະເພາະຄອບຄົວຂອງຂ້າພະເຈົ້າມີງົວ 9 ໂຕ ມັດໄວ້ໃນຄອກ ເສຍຫາຍທັງໝົດ.
|
|
ຂ່າວຈາກ:
ນ.ສ.ພ ວຽງຈັນໃຫມ່
|