ອົງການຈັດຕັ້ງ
ຜູ້ໃຊ້ເຂົ້າສູ່ລະບົບ
ເບີແຈ້ງສຸກເສີນ
ດັບເພີງ 190
ຕຳຫຼວດ 191
ໂຮງໝໍ 195
ນ້ຳປະປາ 196
ໄຟຟ້າ 199
ໄຂ້ຫວັດ 2009 166
ເບີສອບຖາມທົ່ວໄປ 168
ລະບົບ ປະຕູຖານຂໍ້ມູນ ແບບເອເລັກໂຕຼນິກ> ງານວາງສະແດງສິນຄ້າລາວ - ຫວຽດນາມ
ງານວາງສະແດງສິນຄ້າລາວ - ຫວຽດນາມ

Time:06/10/2009 09:00

ກົມສົ່ງເສີມການຜະລິດ ແລະ ການຄ້າກະຊວງອຸດສາຫະກຳ ແລະ ການຄ້າຮ່ວມກັບກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ
ແລະ ການຄ້າຫວຽດນາມ. ໄດ້ຈັດງານວາງສະແດງສິນຄ້າລາວ - ຫວຽດນາມ ຂຶ້ນໃນວັນທີ 15 ຕຸລາ 2009 ທີ່ສູນການຄ້າ
ລາວ ໄອເຕັກ ໂດຍການໃຫ້ກຽດຕັດແຖບຜ້າເປີດງານຂອງທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີຊ່ວຍວ່າການກະຊວງ
ອຸດສາຫະກຳ ແລະ ການຄ້າ, ທ່ານ ຫງວຽນແທງບຽນ ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າຫວຽດ
ນາມ ນອກນັ້ນກໍ່ຍັງມີບັນດາ ທ່ານແຂກຖືກເຊີນ ແລະ ນັກທຸລະກິດທັງລາວ ແລະ ຫວຽດນາມເຂົ້າຮ່ວມ. ຈຸດປະສົງຂອງງານ
ວາງສະແດງສິນຄ້າລາວ - ຫວຽດນາມປະຈຳປີ 2009 ໃນຄັ້ງນີ້, ຈະເປັນການປະກອບສ່ວນກະຕຸກຊຸກຍູ້ເພີ່ມມູນຄ່າການຄ້າ
ລາວ - ຫວຽດນາມ ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດຫມາຍພ້ອມນັ້ນ ຍັງເປັນການເພີ່ມທະວີການພົວພັນມິດຕະພາບ
ແບບພິເສດຂອງທັງສອງຊາດ ທີ່ເຄີຍມີມູນເຊື້ອຍາວນານ. ພ້ອມນັ້ນຍັງເປັນການເປີດໂອກາດໃຫ້ແກ່ບັນດານັກທຸລະກິດຂອງທັງ
ສອງຊາດໄດ້ນຳເອົາຜະລິດຕະພັນຂອງຕົນມາວາງສະແດງ ແລະ ໂຄສະນາໃຫ້ອອກສູ່ສາຍຕາປະຊາຊົນ, ສ້າງໂອກາດໃຫ້ທຸລະ
ກິດໄດ້ແລກປ່ຽນບົດຮຽນ ແລະ ປະສົບການເພື່ອພັດທະນາຜະລິດຕະພັນຂອງຕົນ ໃຫ້ທຽບເທົ່າກັບສາກົນເທື່ອລະກ້າວ. ລາວມີ
8 ປະເພດສິນຄ້າເຊັ່ນ : ຢາ ແລະ ອຸປະກອນການແພດ, ເຄື່ອງກົນຈັກ ແລະ ວັດສະດຸກໍ່ສ້າງ, ຜະລິດຕະພັນປຸງແຕ່ງຈາກກະ
ສິກຳ, ປ່າໄມ້ ແລະ ເຄື່ອງລາວ, ເຄື່ອງຜ້າໄຫມມ້ອນລາວ ແລະ ເຄື່ອງນຸ່ງຮົ່ມເຄື່ອງຫັດຖະກຳ ແລະ ອັນຍະມະນີ, ຜະລິດຕະ
ພັນຈາກຢ່າງເຄື່ອງອຸປະໂພກບໍລິໂພກ ແລະ ອື່ນໆ ລວມມີທັງຫມົດ 286 ຮ້ານ, ຮ້ານລາວ 136 ຮ້ານ ແລະ ຫວຽດນາມ
150 ຮ້ານ


ຂ່າວຈາກ:   ນສພ ປະຊາຊົນ