ອົງການຈັດຕັ້ງ
ຜູ້ໃຊ້ເຂົ້າສູ່ລະບົບ
ເບີແຈ້ງສຸກເສີນ
ດັບເພີງ 190
ຕຳຫຼວດ 191
ໂຮງໝໍ 195
ນ້ຳປະປາ 196
ໄຟຟ້າ 199
ໄຂ້ຫວັດ 2009 166
ເບີສອບຖາມທົ່ວໄປ 168
ລະບົບ ປະຕູຖານຂໍ້ມູນ ແບບເອເລັກໂຕຼນິກ> ມວຍວູຊູໄດ້ຮັບການອຸປະຖຳຊຸດກິລາ
ມວຍວູຊູໄດ້ຮັບການອຸປະຖຳຊຸດກິລາ
Time:21/09/2009 10:00

          ໂຈມາ ເບກເກິລີ ຄາເຟ (Joma Bakery Cafe) ໃຫ້ການອຸປະຖຳອຸປະກອນກິລາໃຫ້ແກ່ ນັກກິລາມວຍວູຊູ ທິມຊາດ

ລາວ ເພື່ອເປັນການປະກອບສ່ວນ ເຂົ້າໃນການກຽມພ້ອມໃນງານມະຫະກຳກິລາຊີເກມ ຄັ້ງທີ 25 ທີ່ ສປປ ລາວ ໄດ້ເປັນເຈົ້າ

ພາບຈັດໃນທ້າຍປີນີ້.
      ພິທີມອບເຄື່ອງອຸປະຖຳ ໄດ້ຈັດຂຶ້ນໃນວັນທີ 15 ສິງຫາ 2009 ຜ່ານມາ ທີ່ຄະນະກຳມະການກິລາກາຍະກຳ ແຫ່ງຊາດ

ໂດຍແມ່ນທ່ານນາງ ວິໄລວັນ ພະນາລິນ ຜູ້ອຳນວຍການບໍລິສັດໂຈມາ ເປັນຜູ້ກ່າວມອບ ແລະ ກ່າວຮັບແມ່ນທ່ານ ອຸດົມສັກ ອຸ

ດົມທອງກະເສມ ປະທານສະຫະພັນມວຍວູຊູ ແຫ່ງຊາດລາວ ເຊິ່ງມີຫົວໜ້າລະດັບສູງຂອງ ຄກຊ ມີຮອງຫົວໜ້າຄະນະກຳມະ

ການເຕັກນິກ ແລະ ຈັດການແຂ່ງຂັນກິລາຊີເກມ ແລະ ພະນັກງານທັງສອງຝ່າຍເຂົ້າຮ່ວມ.
      ໃນການອຸປະຖຳຄັ້ງນີ້ ທາງບໍລິສັດໄດ້ນຳຊຸດກິລາ ຈຳນວນ 46 ຊຸດ ໃນນັ້ນມີຊຸດວອມ 23 ຊຸດ ແລະ ຊຸດລົງສະໜາມ

23 ຊຸດ ລວມມູນຄ່າທັງໝົດ 7.560.000 ກີບ ທັງນີ້ກໍເພື່ອເປັນການປະກອບສ່ວນ ພ້ອມທັງເປັນກຳລັງໃຈໃນການເຝິກຊ້ອມ

ຂອງນັກກິລາມວຍວູຊູ ເພື່ອກະກຽມເຂົ້າຮັບໃຊ້ຊາດໃນຊີເກມ ຄັ້ງທີ 25.

 

 

 

ຂ່າວຈາກ:   ນ.ສ.ພ ວຽງຈັນໃຫມ່