ອົງການຈັດຕັ້ງ
ຜູ້ໃຊ້ເຂົ້າສູ່ລະບົບ
ເບີແຈ້ງສຸກເສີນ
ດັບເພີງ 190
ຕຳຫຼວດ 191
ໂຮງໝໍ 195
ນ້ຳປະປາ 196
ໄຟຟ້າ 199
ໄຂ້ຫວັດ 2009 166
ເບີສອບຖາມທົ່ວໄປ 168
ລະບົບ ປະຕູຖານຂໍ້ມູນ ແບບເອເລັກໂຕຼນິກ> ຜົນງານ ແລະ ໄຊຊະນະອັນຫນ້າອັດສະຈັນຂອງກອງພັນທີ 2 ວິລະຊົນ
ຜົນງານ ແລະ ໄຊຊະນະອັນຫນ້າອັດສະຈັນຂອງກອງພັນທີ 2 ວິລະຊົນ
Time:26/05/2009 10:15
(ຂປລ): ຕອນເຊົ້າທີ 25 ພຶດສະພາ 2009 ໄດ້ຈັດພິທີສະເຫລີມສະຫລອງວັນຜ່າວົງປິດລ້ອມຂອງກອງພັນທີ 2 ຢູ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 50 ປີ (18/5/1959-18/5/2009) ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ພົນໂທ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ບັນດາສະຫາຍກົມການເມືອງສູນກາງພັກ, ບັນດາການນຳຂັ້ນສູນກາງ ແລະ ບັນດາແຂວງທົ່ວປະເທດ, ບັນດາອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ແຂວງຊຽງຂວາງ, ບັນດາອະດີດພະນັກງານນັກຮົບຂອງກອງພັນທີ 2 ຝ່າຍປະເທດລາວ, ພະນັກງານປະຕິວັດອາວຸໂສ ເບັ້ຍບຳນານ, ວິລະຊົນແຫ່ງຊາດ ກໍ່ໄດ້ເຂົ້າຮ່ວມ.ໃນພິທີ, ສະຫາຍ ພົນໂທ ດວງໃຈ ພິຈິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ໄດ້ຂຶ້ນກ່າວປາໄສໃນພິທີສະເຫລີມສະຫລອງ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ຝ່າຍປະເທດລາວ ວິລະຊົນ ຄົບຮອບ 50 ປີ ຊຶ່ງມີເນື້ອໃນບາງຕອນວ່າ: ການເຕົ້າໂຮມຢູ່ສະຖານທີ່ປະຫວັດສາດແຫ່ງນີ້ ແມ່ນເພື່ອພ້ອມກັນຫວນຄືນປະຫວັດສາດແຫ່ງການຕໍ່ສູ້ຂອງການປະຕິວັດຂອງພວກເຮົາເວົ້າລວມ, ເວົ້າສະເພາະແມ່ນຫວນຄືນນຳ້ໃຈອັນເດັດດ່ຽວໜຽວແໜ້ນບໍ່ຍອມຈຳນົນຢ່າງພິລະອາດຫານ ແລະ ໄຊຊະນະອັນໜ້າອັດສະຈັນທີ່ກອງພັນທີ 2 ຂອງຝ່າຍປະເທດລາວ ໄດ້ສ້າງໄວ້ຢູ່ສະຖານທີ່ແຫ່ງນີ້.ການຕໍ່ສູ້ຕ້ານກັບສັດຕູຂອງກອງພັນທີ 2 ຢູ່ໃນວົງປິດລ້ອມນັ້ນ ມັນສະແດງເຖິງຄວາມດຸເດືອດຂ້ຽວຂາດແຫ່ງການຕໍ່ສູ້ຂອງກຳລັງປະຕິວັດກັບພວກປະຕິການ. ພວກຈັກກະພັດແລະ ລູກແຫລ້ງຕີນມືຂອງພວກມັນຫວັງດັບສູນກຳລັງ ແລະ ກ້າວໄປເຖິງການດັບມອດຂະບວນການຕໍ່ສູ້ປະຕິວັດຂອງປະຊາຊົນລາວຜູ້ຮັກຊາດ, ການຕໍ່ສູ້ດັ່ງກ່າວນັບມື້ນັບຂ້ຽວຂາດ ດຸເດືອດ ເຊິ່ງພວກປະຕິການຈັກກະພັດຍິ່ງໜີບຮັດຂົ່ມຂູ່ເທົ່າໃດ, ກອງພັນທີ 2 ຍິ່ງເດັດດ່ຽວໜຽວແໜ້ນ ແລະ ກ້າແກ່ນຍິ່ງຂຶ້ນເທົ່ານັ້ນ.ວັນທີ 8 ພຶດສະພາ 1959 ພວກເຂົາຕັດເຂົ້າກິນ ແລະ ອາຫານ ຫັນປາຍປືນເຂົ້າໃສ່ກອງພັນທີ 2 ທີ່ນອນໃນວົງປິດລ້ອມໃຫ້ຍອມມອບຕົວ. ວັນທີ 9 ພຶດສະພາ 1959 ພວກເຂົາສັ່ງໃຫ້ກອງພັນທີ 2 ໄປຮ່ວມພິທີໂອນກອງທະຫານແນວລາວຮັກຊາດເຂົ້າກອງທັບຣາຊະອານາຈັກ ແລະ ຈະເລື່ອນຊັ້ນ, ປະດັບຊັ້ນ, ໃນການໄປຮ່ວມຫ້າມບໍ່ໃຫ້ຖືອາວຸດຕິດຕົວໄປນຳ, ແຕ່ບັນດາອ້າຍນ້ອງກອງພັນທີ 2 ບໍ່ປະຕິບັດຕາມ. ພ້ອມກັນນັ້ນກໍ່ໄດ້ກ່າວປະນາມກົນອຸບາຍອັນມືດມົນຂອງພວກເຂົາ ຈຶ່ງເຮັດໃຫ້ພວກເຂົາໂກດແຄ້ນ ແຕ່ບໍ່ທັນໄດ້ເຮັດຫຍັງໄດ້ ມີແຕ່ຮັດວົງປິດລ້ອມເຂົ້າຕື່ມ, ຫ່າງຈາກທີ່ຕັ້ງຂອງກອງພັນທີ 2 ພຽງ 50 ແມັດ, ຮ້າຍແຮງກ່ວານັ້ນ ພວກເຂົາໄດ້ສັ່ງຄຳຂາດໃຫ້ກອງພັນທີ 2 ວ່າ: ໃຫ້ຍອມຈຳນົນ ແລະ ສົ່ງຄຳຕອບພາຍໃນ 24 ຊົ່ວໂມງ, ຖ້າບໍ່ປະຕິບັດຈະຖືກດັບສູນຢ່າງຮາບກ້ຽງ, ແຕ່ພາຍໃຕ້ຄຳຂວັນທີ່ວ່າ: (ຮັກຊາດ, ຮັກເອກະລາດ, ເພື່ອຄວາມປອງດອງຊາດ) ໂດຍມີພັກປະຊາຊົນລາວ ແລະ ສູນກາງແນວລາວສ້າງຊາດ ເປັນຜູ້ຊີ້ນຳ ແຕ່ຕົ້ນຕະຫລອດປາຍ, ພ້ອມທັງປະຕິບັດຄຳຂວັນທີ່ວ່າ: ພະນັກງານນັກຮົບ ແຕ່ລະຄົນເຖິງຈະຕົກຢູ່ໃນຖານະໃດກໍ່ຕາມ ແລະ ສະພາບແວດລ້ອມໃດກໍ່ຕາມ ລ້ວນແລ້ວແຕ່ເປັນ (ແນວເຂົ້າປູກທີ່ດີ, ແຕກດອກອອກໜໍ່ໃຫ້ແກ່ການປະຕິວັດຂະຫຍາຍຕົວທົບ 10 ເທື່ອ ທົບ 100 ເທື່ອ). ຢືນຕໍ່ໜ້າສະພາບການດັ່ງກ່າວບົນພື້ນຖານສັງເກດຕີລາຄາການຜັນແປຂອງສະພາບການໃນແຕ່ລະໄລຍະ ແລະ ອີງໃສ່ກາລະໂອກາດອັນເໝາະສົມ, ຄະນະກອງພັນທີ 2 ຈຶ່ງໄດ້ປະຊຸມປຶກສາຫາລືກັນຢ່າງ ເຄັ່ງຮ້ອນລະອຽດຖີ່ຖ້ວນ, ຕັດສິນໃຈວາງແຜນການນຳເອົາກຳລັງຂອງຕົນໃນຈຳນວນ 750 ຄົນບວກກັບແມ່ຍິງ ແລະ ເດັກນ້ອຍ ຜ່າວົງປິດລ້ອມອັນໜາແໜ້ນຂອງສັດຕູໃນຄຳ່ຄືນວັນທີ 18 ພຶດສະພາ 1959 ເພື່ອກັບຄືນສູ່ພື້ນຖານການປະຕິວັດດ້ວຍຄວາມປອດໄພ, ໄລຍະເວລາເຄື່ອນທັບ 17 ມື້ ທັງເວັນ ແລະ ຄືນຂອງກອງພັນທີ 2 ວິລະຊົນນັ້ນ, ແມ່ນ 17 ວັນຄືນແຫ່ງຄວາມຫຍຸ້ງຍາກລຳບາກ ແລະ ມານະອົດທົນ, ເດັດດ່ຽວໜຽວແໜ້ນ, ມີລະບຽບວິໄນຂອງນັກຮົບປະຕິວັດທີ່ກ້າແກ່ນຂອງພັກ, ຂອງປະຊາຊົນອັນແທ້ຈິງ.ການເຄື່ອນທັບສຸດທີ່ຫຍຸ້ງຍາກລຳບາກ, ຜ່ານຫ້ວຍເລິກເຫວຊັນ ພ້ອມຫລົບຫລີກການດັກສະກັດລັດຍິງຂອງສັດຕູ, ທັງສູ້ຮົບໄຫວພິບ, ທັງປ້ອງກັນກຳລັງຂອງຕົນເອງ. ສຸດທ້າຍໄດ້ນຳພາກຳລັງໄປເຖິງຈຸດປອດໄພ. ຕະຫລອດເສັ້ນທາງເດີນຂອງກອງພັນທີ 2 ກໍ່ໄດ້ຮັບຄວາມຮັກແພງ ອຸ້ມຊູຊ່ວຍເຫລືອຈາກປະຊາຊົນຊາວຊຽງຂວາງ ແລະ ປະຊາຊົນທົ່ວປະເທດເປັນຢ່າງດີ. ອັນນີ້ມັນສະແດງໃຫ້ເຫັນເຖິງທາດແທ້ອົງອາດກ້າແກ່ນຂອງກຳລັງປະກອບອາວຸດປະຕິວັດທີ່ມີພັກນຳພາ, ສະແດງເຖິງຄວາມສາມັກຄີລະຫວ່າງກອງທັບ ແລະ ປະຊາຊົນ ຄື: (ປາກັບນຳ້) ຢ່າງແທ້ຈິງ.ພາຍຫລັງກອງພັນທີ 2 ວິລະຊົນ ໄປເຖິງຖານທີ່ໝັ້ນຂອງການປະຕິວັດແລ້ວ ໂດຍພາຍໃຕ້ການນຳພາຂອງສູນກາງພັກ ແລະ ໄດ້ຮັບການຊີ້ນຳຂອງຄະນະພັກການທະຫານສູນກາງ, ກຳລັງກອງພັນທີ 2 ແລະ ພາກສ່ວນໜຶ່ງຂອງກອງພັນທີ 1 ໄດ້ສືບຕໍ່ປັບປຸງກໍ່ສ້າງກຳລັງ, ຫັນລົງກໍ່ສ້າງຮາກຖານ ເພື່ອຂະຫຍາຍຂະບວນການຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດອາເມລິກາ ໂດຍຈັດຕັ້ງອອກເປັນຫລາຍໜ່ວຍເຄື່ອນໄຫວ ດຳເນີນສົງຄາມກອງຫລອນ ແລະ ປະຕິບັດການຫັນທິດຕໍ່ສູ້ດ້ວຍຮູບການຕໍ່ສູ້ດ້ວຍອາວຸດເປັນຕົ້ນຕໍ, ສົມທົບກັບການຕໍ່ສູ້ດ້ານການເມືອງ ຕິດພັນກັບຂະບວນການວິວັດແຫ່ງການປັບປຸງກໍ່ສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ, ຕິດພັນກັບຂະບວນການປະຕິວັດຂອງຊາດ.ຕະຫລອດໄລຍະແຫ່ງການເຄື່ອນໄຫວສູ້ຮົບຂອງຕົນນັ້ນ ກອງພັນທີ 2 ຍາມໃດກໍ່ໄດ້ຕັ້ງໜ້າເຄື່ອນໄຫວເຮັດໜ້າທີ່ສູ້ຮົບຢ່າງພິລະອາດຫານ, ປະກອບສ່ວນເຂົ້າໃນການຕີເອົາຊະນະກັບກົນອຸບາຍທຳລາຍຂອງພວກຈັກກະພັດຜູ້ຮຸກຮານ ແລະ ລູກແຫລ້ງຕີນມືຂາຍຊາດຂອງພວກເຂົາ, ສາມາດເຮັດຫລ້ອນໜ້າທີ່ ທີ່ພັກ ແລະ ປະຊາຊົນມອບໃຫ້ເປັນຢ່າງດີ, ປະກອບສ່ວນເຂົ້າຮ່ວມຂະບວນການປົດປ່ອຍປະເທດຊາດຢ່າງສົມບູນໃນປີ 1975.ໃນວັນດຽວກັນນັ້ນ, ສະຫາຍ ພົນໂທ ດວງໃຈ ພິຈິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ໃຫ້ກຽດປະດັບຫລຽນກາລະນຶກ 50 ປີໃຫ້ພະນັກງານນັກຮົບເກົ່າກອງພັນທີ 2 ວິລະຊົນ ໂດຍເລີ່ມຕົ້ນປະດັບໃຫ້ ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່,ປະທານປະເທດ ແລະ ສະຫາຍອື່ນໆຕາມລຳດັບ. ຂ່າວຈາກ: ນສພ ປະຊາຊົນ http://www.pasaxon.org.la