ກຳນົດກຳແພງຫີນບູຮານ ເປັນແຫຼ່ງທ່ອງທ່ຽວທາງວັດທະນະທຳ
|
| Time:21/05/2009 10:11 |
|
ນ.ສ.ພ ປະເທດລາວ ຜ່ານການລົງສຳຫຼວດເກັບກຳຂໍ້ມູນກຳແພງຫີນບູຮານ ເຂດເມືອງທ່າແຂກ ຂອງຄະນະນັກວິຊາການຂອງກົມພິພິຕະພັນ ແລະ ວັດຖຸບູຮານ ຮ່ວມກັບພະແນກຖະແຫຼງຂ່າວ ແລະ ວັດທະນະທຳແຂວງຄຳມ່ວນ ພ້ອມດ້ວຍຫ້ອງການທີ່ດິນເມືອງທ່າແຂກ ໃນ 14 ບ້ານທີ່ກຳແພງຫີນເນັ່ງຜ່ານ ເຫັນວ່າມີ 4 ຈຸດທີ່ຍັງມີຄວາມໂດດເດັ່ນສວຍງາມ ແລະ ສົມ ຄວນອະນຸລັກເປັນສະຖານທີ່ທ່ອງທ່ຽວ ທາງວັດທະນະທຳຂອງເທສະບານເມືອງທ່າແຂກ. ຜົນການສຳຫຼວດເກັບກຳຂໍ້ມູນກ່ຽວກັບປະຫວັດສາດ ຄວາມເປັນມາຂອງກຳແພງຫີນ ໄດ້ນຳສະເໜີຜ່ານ ໃນກອງປະຊຸມປຶກສາຫາລືວຽກງານປົກປັກຮັກສາມໍລະດົກ ທາງດ້ານວັດທະນະທຳ ປະຫວັດສາດ ແລະ ທຳມະຊາດ ແຂວງຄຳມ່ວນ ທີ່ຈັດຂຶ້ນໃນວັນທີ 14ພຶດສະພາ 2009 ໃນກອງປະຊຸມພາຍໃຕ້ການເປັນປະທານຂອງທ່ານ ໂອໄດ ສຸດາພອນ ຮອງ ເຈົ້າແຂວງຄຳມ່ວນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ມີທ່ານຮອງເຈົ້າເມືອງທ່າແຂກ ຫົວໜ້າພະແນກການອ້ອມຂ້າງ ແຂວງຄຳມ່ວນ ເຂົ້າຮ່ວມນັ້ນ ໄດ້ພ້ອມກັນປຶກສາຫາລືປະກອບຄຳຄິດຄຳເຫັນ ເພື່ອກຳນົດເອົາກຳແພງຫີນບູຮານ ໃຫ້ເປັນ ເຂດອະນຸລັກ ແລະ ເປັນທ່າແຮງດ້ານການທ່ອງທ່ຽວທາງວັດທະນະທຳຂອງເມືອງທ່າແຂກ ກໍຄືຂອງແຂວງຄຳມ່ວນ ໂດຍ ກຳນົດເອົາ 4 ຈຸດເປົ້າໝາຍຄື ຈຸດທີ 1 ເລີ່ມຈາກສົ້ນຂົວນ້ຳໂດນ ຕໍ່ໃສ່ເຂດຖ້ຳພະຈັນ ເຖິງໂຮງງານປຸງແຕ່ງໄມ້ ມີຄວາມຍາວ 2 ກິໂລແມັດ ຈຸດທີ 2 ຢູ່ເຂດໂຮງງານຊີບອດ ໃນກິໂລແມັດທີ 3-5 ຂອງເສັ້ນທາງທ່າແຂກ-ວຽງຈັນ ໃນລວງຍາວ 2 ກິໂລແມັດ ຈຸດທີ 3 ເລີ່ມແຕ່ເຂດທາງແບ່ງເຂົ້າທ່າແຂກ ແຕ່ກິໂລແມັດທີ 2-3 ເສັ້ນທາງທ່າແຂກ-ວຽງຈັນ ມີລວງຍາວ 100 ແມັດ ແລະ ຈຸດທີ 4 ເລີ່ມຈາກບ້ານໂພນສະອາດ (ຫຼັກ 4) ຍາວຕາມເສັ້ນທາງເລກທີ 13 ໃຕ້ ຊຶ່ງຈຸດນີ້ມີສອງສາຍພູຂະໜານກັນ ໃນໄລ ຍະຫ່າງ 300 ແມັດ ມີຄວາມຍາວ 1,5 ກິໂລແມັດ ພ້ອມນີ້ ກອງປະຊຸມຍັງໄດ້ເຫັນດີ ແຕ່ງຕັ້ງຄະນະກຳມະການຮັບຜິດຊອບ ວຽກງານດັ່ງກ່າວ ເພື່ອແນໃສ່ການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ຂ່າວຈາກ: ວຽງຈັນໃໝ່
|
|
|