ຂີ່ເຮືອຊົມຄວາມງາມຂອງຖ້ຳກອງລໍ
|
| Time:19/05/2009 02:52 |
|
( ໂດຍ : ຈິດຕະລັດ ) ເວົ້າເຖິງຖໍ້າກອງລໍທີ່ເມືອງຫີນບູນແຂວງຄຳມ່ວນ ແມ່ນເປັນທີ່ຮູ້ຈັກກັນດີຂອງຊາວບ້ານດັ່ງກ່າວມາດົນແລ້ວ, ຊຶ່ງເມື່ອກ່ອນເອີ້ນກັນວ່າຖໍ້າວັງມົນ ແລະ ຕໍ່ມາ ຈິ່ງປ່ຽນຊື່ມາເປັນຖໍ້າກອງລໍ ເພື່ອໃຫ້ແທດເຫມາະກັບຖໍ້າທີ່ມີທີ່ຕັ້ງໃກ້ກັບບ້ານກອງລໍ.ບົນເສັ້ນທາງຈະໄປຫາຖໍ້າ, ຕ້ອງໄດ້ຜ່ານທາງແບ່ງຫລັກ 20 ເຂົ້າໄປ 40 ກິໂລແມັດ. ຫລັງຈາກນັ້ນ ຈະມີປ້າຍຊີ້ບອກລ້ຽວຂວາເຂົ້າໄປຫາຖໍ້າຕື່ມອີກ 40 ກິໂລແມັດ. ເວົ້າລວມແລ້ວຈາກທາງແບ່ງຫລັກ 20 ໄປຮອດຖໍ້າກອງລໍແມ່ນມີໄລຍະທາງ 80 ກິໂລແມັດ ໂດຍໃຊ້ເວລາປະມານຊົ່ວໂມງກ່ວາ ກໍ່ຮອດແລ້ວ ເພາະເສັ້ນທາງປູຍາງສະດວກສະບາຍດີ.ການເດີນທາງທ່ຽວຊົມຖໍ້າ, ຕ້ອງໄດ້ໃຊ້ເຮືອຈັກຫາງຍາວ ເຊິ່ງທາງອຳນາດການປົກຄອງກໍ່ຄືທາງຄະນະກຳມະການຮັບຜິດຊອບແຫລ່ງທ່ອງທ່ຽວຖໍ້າ້ກອງລໍໄດ້ກະກຽມໄວ້ແລ້ວ ໂດຍຄ່າເຊົ່າເຮືອລຳລະ 100.000 ກີບ ໂດຍບໍ່ຈຳກັດເວລາທ່ຽວ ແລະ ຄ່າປີ້ຜູ້ເຂົ້າຊົມຜູ້ລະ 5.000 ກີບ. ເຮືອລຳນຶ່ງກໍ່ຂີ່ໄດ້ 45 ຄົນລວມທັງຜູ້ພາທ່ຽວ ແລະ ຜູ້ຂັບເຮືອ.ຄວາມຈິງ ຖ້າຂີ່ເຮືອເຂົ້າຊົມຖໍ້າກອງລໍຈາກປາກປະຕູເຂົ້າຖໍ້າຫາປາກປະຕູອອກຖໍ້າຕ້ອງໃຊ້ເວລາເດີນທາງຍາວເຖິງ 7 ກິໂລແມັດ, ແຕ່ມື້ນັ້ນ ຜູ້ຂຽນເຂົ້າຊົມຖໍ້າພຽງ 1 ກິໂລ ແມັດກ່ວາເທົ່ານັ້ນກໍ່ປະທັບໃຈແລ້ວ ແລະ ໃຊ້ເວລາຢູ່ທີ່ນັ້ນຊົ່ວໂມງກ່ວາໆ. ບົນເສັ້ນທາງເຂົ້າຖໍ້າຈະເຫັນຄວາມສວຍງາມຂອງຫີນຫນາມຫນໍ່ຂອງຖໍ້າທີ່ຢ່ອນລົງຈາກເທິງຖໍ້າລົງມາເກືອບຮອດແມ່ນໍ້າ້ ແລະ ສິ່ງທີ່ປະທັບໃຈ ແລະ ມະຫັດສະຈັນຂອງຖໍ້າທີ່ຍ່ານກິໂລແມັດທີ 1 ແມ່ນບໍລິເວນນັ້ນຈະກ້ວາງຂວາງທີ່ສຸດພໍປານທຸກຄົນໄດ້ຢືນຢູ່ໃນໂລກທີ່ ກ້ວາງໃນຍາມລາຕີ ຊຶ່ງຫລາຍຄົນທີ່ເຂົ້າໄປທ່ຽວຊໍ້າພັດພັນລະນາວ່າ: ປານຢູ່ໃນດວງຈັນ. ຄວາມກ້ວາງຂອງບໍລິເວນດັ່ງກ່າວຜູ້ນຳທ່ຽວໄດ້ພາພວກເຮົາຍ່າງຜ່ານຫາດຊາຍເກືອບ 500 ແມັດໄປຫາຈຸດຫນຶ່ງຂອງຖໍ້າອີກຟາກຫນຶ່ງ ແລະ ຢູ່ທີ່ນັ້ນ ຈະເປັນຜົ້ງຖໍ້າທີ່ສວຍງາມອີກຮູບແບບຫນຶ່ງທີ່ສະຫລັບຊັບຊ້ອນໄປດ້ວຍຫີນຫນາມຫນໍ່ຊະນິດຕ່າງໆທີ່ສວຍງາມ ນັບທັງຫີນຫນາມຫນໍ່ເກົ່າ ແລະ ກຳລັງເກີດຂຶ້ນໃຫມ່. ເບິ່ງແລ້ວສວຍງາມເພາະຫີນຫນາມຫນໍ່ມີລັກສະນະຮູບພາບທີ່ຫລາກຫລາຍສົມທົບກັບໄຟຟ້າເຍືອງໃສ່ຍິ່ງເພີ້ມຄວາມສວຍງາມຂຶ້ນຕື່ມ.ຜູ້ພາທາງບອກຜູ້ຂຽນ ໃຫ້ຮູ້ວ່າ: ກ່ອນນີ້ 23 ປີຜົ້ງ ຖໍ້ານີ້ຍັງບໍ່ທັນມີໄຟຟ້າມາຕິດຕັ້ງໃສ່, ການເບິ່ງຄວາມງາມຂອງຖໍ້າຕ້ອງໄດ້ໃຊ້ໂຄມໄຟຕິດໃສ່ຫົວເຍືອງເບິ່ງ, ແຕ່ດຽວນີ້ມີໄຟຟ້າຢູ່ໃນຖໍ້າບ່ອນນີ້ ຈິ່ງສາມາດເຫັນຄວາມງາມໄດ້ເກືອບທຸກມຸມ ແລະ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມນັບມື້ນັບຫລາຍຂຶ້ນ.ຈາກບ້ານກອງລໍມີແຫລ່ງທ່ອງທ່ຽວທີ່ໂດ່ງດັງຄືແນວນັ້ນ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນບ້ານດັ່ງກ່າວ ແລະ ບ້ານໃກ້ຄຽງເປັນຢ່າງດີ ແລະ ມີລາຍຮັບເພີ້ມຂຶ້ນຈາກການໃຫ້ທີ່ພັກພາອາໄສແກ່ນັກທ່ອງທ່ຽວ, ຂາຍເຄື່ອງຫັດຖະກຳ ແລະ ຮ້ານອາຫານ. ທ່ານ ບຸນໂຮມ ປະຊາຊົນບ້ານກອງລໍອາຍຸປະມານ 70 ກ່ວາປີລົມກັບຜູ້ຂຽນວ່າ: ນັກທ່ອງທ່ຽວຕ່າງປະເທດມັກການພັກເຊົານຳປະຊາຊົນໃນຮູບແບບໂຮມສະເຕ (Home Stay) ເປັນຢ່າງດີ, ໂດຍພວກເຮົາຄິດໄລ່ລາຄາ 50.000 ກີບຕໍ່ຄົນໂດຍມີອາຫານເຊົ້າ ແລະ ອາຫານແລງພ້ອມດ້ວຍການຈັດພິທີບາສີສູ່ຂວັນໃຫ້ແຂກພ້ອມ; ກໍລະນີມາເປັນຫມູ່ຄະນະ. ຜູ້ຂຽນເອງກໍ່ໄດ້ພັກແຮມຄືນ 1 ຄືນທີ່ບ້ານ ກອງລໍໃນຮູບແບບໂຮມສະເຕເຊັ່ນດຽວກັນ ແລະ ສາມາດເວົ້າໄດ້ວ່າພໍໃຈຕໍ່ການບໍລິການເປັນຢ່າງດີ.ຄວາມງາມ ແລະ ສິ່ງມະຫັດສະຈັນຂອງຖໍ້າກອງລໍເຫລືອທີ່ຈະພັນລະນາ, ເຊີນຊວນເພື່ອນຜູ້ອ່ານໄປສຳຜັດດ້ວຍຕົນເອງຮັບຮອງວ່າຈະບໍ່ຜິດຫວັງຢ່າງແນ່ນອນ. ກ່ອນກັບບ້ານຜູ້ຂຽນຍັງເວົ້າກັບອຳນາດການປົກຄອງ ແລະ ແນວໂຮມບ້ານກອງລໍວ່າຈະກັບຄືນມາທ່ຽວຖໍ້າ ແລະ ບ້ານກອງລໍຫລາຍໆຄັ້ງຕື່ມອີກ. ຂ່າວຈາກ ນສພ ປະຊາຊົນ
|
|
|