ອົງການຈັດຕັ້ງ
ຜູ້ໃຊ້ເຂົ້າສູ່ລະບົບ
ເບີແຈ້ງສຸກເສີນ
ດັບເພີງ 190
ຕຳຫຼວດ 191
ໂຮງໝໍ 195
ນ້ຳປະປາ 196
ໄຟຟ້າ 199
ໄຂ້ຫວັດ 2009 166
ເບີສອບຖາມທົ່ວໄປ 168
ລະບົບ ປະຕູຖານຂໍ້ມູນ ແບບເອເລັກໂຕຼນິກ> ມີຫລາກຫລາຍວັດທະນະທຳນຳມາສະແດງໃນງານມະຫາກຳເພື່ອສົ່ງເສີມການທ່ອງທ່ຽວ
ມີຫລາກຫລາຍວັດທະນະທຳນຳມາສະແດງໃນງານມະຫາກຳເພື່ອສົ່ງເສີມການທ່ອງທ່ຽວ
Time:20/05/2009 11:00
ຂ່າວຈາກ: ນສພ ປະຊາຊົນ ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ກໍ່ຄືປະຊາຊົນເຜົ່າຕ່າງໆໃນບັນດາແຂວງພາກເໜືອພວກເບີກບານມ່ວນຊື່ນ ແຂ່ງຂັນກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກກໍ່ຄືແຜນພັດທະນາເສດຖະກິດສັງຄົມແຫ່ງລັດນັ້ນ, ແຂວງອຸດົມໄຊແມ່ນຫນຶ່ງໃນແຂວງພາກເຫນືອຕອນເທິງໄດ້ເປັນເຈົ້າພາບຈັດງານມະຫາກຳວັດທະນະທຳຊົນເຜົ່າ ເພື່ອສົ່ງເສີມການທ່ອງທ່ຽວເຊື່ອມຕໍ່ 4 ແຂວງພາກເຫນືອຕອນເທິງດ້ວຍບັນຍາກາດອັນຄຶກຄື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມຫມາຍຄວາມສຳຄັນ ເພາະການຈັດງານຄັ້ງນີ້ແມ່ນແນໃສ່ສົ່ງເສີມການທ່ອງທ່ຽວພາຍໃນແຂວງອຸດົມໄຊ ໃຫ້ມີການເຊື່ອມຕໍ່ກັບບັນດາແຂວງພາກເຫນືອຂອງລາວ ແລະ ເຮັດໃຫ້ການທ່ອງທ່ຽວໄດ້ເຊື່ອມໂຍງໃນຂົງເຂດພາກເຫນືອ ແລະ ໃນໂລກ. ຄຽງຄູ່ກັນນັ້ນ, ຍັງເປັນການສົ່ງເສີມທາງດ້ານວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງບັນດາເຜົ່າ, ເປັນການກະຕຸກຊຸກຍູ້ໃຫ້ຂະແຫນງເສດຖະກິດການບໍລິການມີການພັດທະນາຂະຫຍາຍຕົວເປັນການດຶງດູດ ການລົງທຶນຂອງນັກລົງທຶນພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໃຫ້ນັບມື້ນັບດີຂຶ້ນ. ດັ່ງທ່ານດຣ. ບຸນປອນ ບຸດຕະນະວົງ ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ ກ່າວໃນມື້ເປີດງານມະຫາກຳດັ່ງກ່າວວ່າ: ໃນໄລຍະຫລາຍປີແຫ່ງການຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດແນວທາງປ່ຽນແປງໃຫມ່ຂອງພັກ, ແຂວງອຸດົມໄຊ ໄດ້ວາງຍຸດທະສາດ, ຈຸດຫມາຍການພັດທະນາເສດຖະກິດສັງຄົມຂອງແຂວງ ໂດຍຕິດພັນກັບການຂະຫຍາຍບົດບາດການນຳພາຂອງພັກເຂົ້າໃນທຸກຂົງເຂດວຽກງານ ພ້ອມທັງເສີມຂະຫຍາຍຄວາມເປັນເຈົ້າການຮອບດ້ານຂອງປະຊາຊົນບັນດາເຜົ່າ, ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ເຮັດໃຫ້ແຂວງອຸດົມໄຊ ມີສະຖຽນລະພາບທາງການເມືອງຢ່າງຫນັກແຫນ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດສັງຄົມຂະຫຍາຍຕົວຢ່າງຕໍ່ເນື່ອງ. ດ້ານໂຄງປະກອບເສດຖະກິດມີການປ່ຽນແປງຖືກທິດ, ຍອດຜະລິດຕະພັນພາຍໃນດ້ານອຸດສາຫະກຳ ແລະ ການບໍລິການເພີ້ມຂຶ້ນໃນແຕ່ລະປີ ເປັນຕົ້ນການບໍລິການທ່ອງທ່ຽວມີການຂະຫຍາຍຕົວຂຶ້ນເປັນກ້າວໆ. ຈຳນວນນັກທ່ອງທ່ຽວໃນສົກປີນີ້ມີເຖິງ 100.000 ກ່ວາຄົນ, ພື້ນຖານໂຄງລ່າງດ້ານຕ່າງໆໄດ້ຮັບການກໍ່ສ້າງ ແລະ ປັບປຸງຍົກລະດັບເທື່ອລະກ້າວ, ປະຊາຊົນບັນດາເຜົ່າໄດ້ຮັບບໍລິການດ້ານການສຶກສາ ແລະ ສາທາລະນະສຸກ ຢ່າງທົ່ວເຖິງ ຊຶ່ງມາຮອດປະຈຸບັນ ແຂວງອຸດົມໄຊ ໄດ້ມີການປ່ຽນແປງຢ່າງຕັ້ງຫນ້າໃນຫລາຍດ້ານ.ບັນຍາກາດທີ່ສະຫນາມບິນແຂວງອຸດົມໄຊ ໃນວັນທີ 29/4/2009 ເຕັມໄປດ້ວຍຄວາມຄຶກຄື້ນມ່ວນຊື່ນຂອງຜູ້ຄົນທີ່ມາຮ່ວມໃນງານມະຫາກຳວັດທະນະທຳບັນດາເຜົ່າ ຊຶ່ງຕ່າງຄົນຕ່າງສະແດງອອກເຖິງຄວາມປາບປື້ມປິຕິຍິນດີທີ່ໄດ້ຮ່ວມເປັນເຈົ້າພາບ ແລະ ຕ້ອນຮັບແຂກບ້ານແຂກເມືອງ ຊຶ່ງນັບວ່າເປັນເຫດການຫນຶ່ງທີ່ສຳຄັນທີ່ສະແດງໃຫ້ເຫັນເຖິງຄວາມອຸດົມຮັ່ງມີທາງດ້ານວັດທະນະທຳ, ຮີດຄອງປະເພນີອັນດີງາມໃນການນຸ່ງຖື, ສະແດງສິລະປະຊົນເຜົ່າ, ຄວາມອຸດົມຮັ່ງມີໃນການຜະລິດເປັນສິນຄ້າ, ແຫລ່ງທ່ອງທ່ຽວທີ່ເປັນທຳມະຊາດ ແລະ ພື້ນຖານການດຳລົງຊີວິດຂອງເຜົ່າຕ່າງໆລ້ວນແຕ່ສ້າງຄວາມປະທັບໃຈ ແລະ ເປັນທີ່ດຶງດູດແຂກທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າຮ່ວມໃນມື້ນັ້ນ. ແຂວງອຸດົມໄຊ ປະກອບດ້ວຍ 7 ເມືອງ ຊຶ່ງແຕ່ລະເມືອງກໍ່ມີຄຳຂວັນ ປະຈຳເມືອງຂອງຕົນເຊັ່ນ: ເມືອງໄຊ ໄປຊົມຕາດນຳ້ກັດທຳມະຊາດອ່າງນຳ້ຫີນກິນເຂົ້າຊອຍຊຸບຜັກແກບ ເຫລົ້າຂາວແຊບບ້ານກັດຂຶ້ນພູທາດໄຊມຸງຄຸນ ທ່ຽວບຸນບັ້ງໄຟລື້ ເມືອງຫລາ ຍິນດີຕ້ອນຮັບບັນດາທ່ານສູ່ເມືອງຫລານຳ້ພາກໃສປ່າໄມ້ຂຽວງາມພະເຈົ້າສິງຄຳ ສັກສິດ ວິຖີຊີວິດເຜົ່າອາຄາເທິງພູໂນຕົງເຊີ ເມືອງນາຫມໍ້ ເຊີນທ່ອງທ່ຽວເມືອງນາຫມໍ້ກິນຫນໍ່ໄມ້ຂົມ ຊົມນຳ້ລອດພູເຂົ້າສູ່ຊາຍແດນຈີນ ດິນແດນ 12 ເຜົ່າຊົນ, ເມືອງແບງ ຂໍເຊີນບັນດາທ່ານໄປສຳຜັດກັບສີສັນວັດທະນະທຳແຫ່ງແດນອາລິຍະທຳເຜົ່າລື້ ລືຊາຜ້າຝ້າຍພື້ນເມືອງ ລືເລື່ອງຢາສູບຫອມ, ເມືອງຮຸນ ເມືອງວິລະຊົນ ຄົນດຸຫມັ່ນຕຳນານເມືອງເກົ່າຈັນໄຕ ປ່າໄມ້ລຳທຽນແປກປະຫລາດຕາດນຳ້ແຮງ ສຽງຂັບພວນ ແລະ ກະເລິງສຽງຕ່ອຍເກິ່ງຍາມບຸນ, ເມືອງປາກແບງ ເຊີນທ່ຽວເມືອງປາກແບງ ດິນແດນແຫ່ງພູຜາປ່າຊາ 1.000 ປີ, ຂີ່ເຮືອທ່ອງທ່ຽວຊົມທຳມະຊາດແຄມຂອງ, ເມືອງງາ ຍິນດີຕ້ອນຮັບສູ່ເມືອງງາ ລືຊາຫມາກພ້າວຫລາຍ ຂັບເຈີມອ່າຍເປົ່າແຄນດິນແດນທຳມະຊາດຕາກອາກາດລີສອດຍອຍໄຮ.ແຂວງອຸດົມໄຊ ແມ່ນຫນຶ່ງໃນ 4 ແຂວງພາກເຫນືອຕອນເທິງຂອງລາວ ເຊິ່ງມີແຂວງອຸດົມໄຊ, ຜົ້ງສາລີ, ຫລວງນຳ້ທາ ແລະ ແຂວງບໍ່ແກ້ວ, ຖືໄດ້ວ່າເປັນແຂວງທີ່ມີຄວາມອຸດົມສົມບູນຫລາກຫລາຍວັດທະນະທຳ ຊົນເຜົ່າ ແລະ ມີແຫລ່ງທ່ອງທ່ຽວທຳມະຊາດມີຫລາຍສີສັນເປັນທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ນັບມື້ນັບຫລາຍຂຶ້ນເລື້ອຍໆ.