ອົງການຈັດຕັ້ງ |
ເບີແຈ້ງສຸກເສີນ |
| ດັບເພີງ |
190 |
| ຕຳຫຼວດ |
191 |
| ໂຮງໝໍ |
195 |
| ນ້ຳປະປາ |
196 |
| ໄຟຟ້າ |
199 |
| ໄຂ້ຫວັດ 2009 |
166 |
| ເບີສອບຖາມທົ່ວໄປ |
168 |
|
|
|
ການທ່ອງທ່ຽວ
|
ງານສະຫຼອງບຸນປະເພນີຕ່າງໆ
ການສະຫຼອງງານບຸນປະເພນີ ແມ່ນມີຢ່າງຕໍ່ເນື່ອງຕະຫຼອດປີຕາມປະຕິທິນລາວ ຊື່ງວັນ
ແລະ ເດືອນ ຂອງງານອາດຈະມີການຄາດເຄື່ອນບໍ່ຄືກັນໃນແຕ່ລະປີ.
ເດືອນມັງກອນ: ບຸນພະເຫວດ-ບຸນທາງພຸດທະສາສະໜາ.
ເດືອນກຸມພາ: ບຸນມາຄະບູຊາ(ເດືອນສາມເພັງ) ແລະ ບຸນວັດພູຈຳປາສັກ ເປັນບຸນທາງພຸດ
ທະສາສະໜາ ຄົບງັນຕາມປະເພນີທີ່ ວັດພູ ເຂດອານຸຮັກມໍລະດົກໂລກ.
ເດືອນມີນາ: ບຸນຄູນເຂົ້າ-ບຸນມະຫາຊົນ.
ເດືອນເມສາ: ບຸນປີໃໝ່ລາວ-ບຸນປະເພນີ ຄົບງັນຍິ່ງໃຫຍ່ສະຫຼອງທົ່ວປະເທດ,ມີ 3 ມື້ເຕັມ
ນັບແຕ່ວັນທີ່ 13 – 15.
ເດືອນພຶດສະພາ: ບຸນວິສາຂະບູຊາ(ເດືອນຫົກເພັງ)-ບຸນທາງພຸດທະສາສະໜາ, ບຸນບັ້ງໄຟ ຫຼື ບຸນຮຽກຝົນ-ພິທີງານແຫ່ ແລະຈູດບັ້ງໄຟ ຖວາຍເຈົ້າຟ້າແຖນເພື່ອຂໍຝົນກ່ອນລະດູເຮັດນາ.
ເດືອນມິຖຸນາ/ກໍລະກົດ: ບຸນເຂົ້າພັນສາ-ບຸນທາງພຸດທະສາສະໜາ.
ເດືອນສິງຫາ/ກັນຍາ: ບຸນຊ່ວງເຮືອຂອງແຂວງຫຼວງພະບາງ ໃນວັນທີ 17-18 ສິງຫາ ມີງານຕະຫຼາດນັດ ແລະ ແຂ່ງຂັນເຮືອ
ຊ່ວງ.
ເດືອນຕຸລາ: ບຸນອອກພັນສາ-ບຸນທາງພຸດທະສາສະໜາ.ໃນໂອກາດດຽວກັນນີ້ ກໍ່ມີການໄຫຼເຮືອໄຟ. ໃນມື້ຕໍ່ມາ ກໍ່ຈະມີງານບຸນ
ຊ່ວງເຮືອທີ່ນະຄອນຫຼວງວຽງຈັນ.
ເດືອນພະຈິກ: ບຸນນະມັດສະການພະທາດຫຼວງ ທີ່ນະຄອນຫຼວງວຽງຈັນ. ເປັນບຸນປະເພນີຄົບງັນທີ່ຍິ່ງໃຫຍ່. ນອກນັ້ນຍັງມີບຸນ
ກິນຈຽງແມ່ນງານສະຫຼອງບຸນປີໃໝ່ຂອງຊົນເຜົ່າມົ້ງ.
ເດືອນທັນວາ: ວັນທີ 2 ທັນວາ ວັນສະຖາປະນາ ສປປ ລາວ.
ງານບຸນຊ້າງ
ຊ້າງຄືສັດທີ່ປະເສີດ ແລະ ມີຄວາມຕິດພັນ ກັບການດຳລົງຊີວິດປະຈຳວັນ ຂອງຄົນລາວມາແຕ່ບູຮານນະການ, ບໍ່ວ່າທາງດ້ານ
ສາສະໜາ ຫຼື ວັດທະນາທຳ. ຊ້າງເປັນສັດທີ່ກຳລັງຈະສູນຫາຍໄປໃນອີກບໍ່ນານ ຖ້າພວກເຮົາບໍ່ໃຫ້ຄວາມສຳຄັນ ແລະ ບໍ່ເບີ່ງ
ແຍງປົກປັກຮັກສາ ແບບເອົາຈິງເອົາຈັງ. ສະນັ້ນ ເພື່ອເປັນການອານຸຮັກ ປົກປັກຮັກສາຊ້າງ, ທຸກໆ ເດືອນກຸມພາ ທີ່ແຂວງໄຊ
ຍະບູລີ ນັກທ່ອງທ່ຽວສາມາດໄປທ່ຽວຊົມ ງານມະຫາກຳບຸນຊ້າງທີ່ຍິ່ງໃຫຍ່. ພົບກັບຄວາມຫຼາກຫຼາຍ ໃນກິດຈະກຳຕ່າງໆ ທີ່ຈັດ
ຂື້ນໃນວັນດັ່ງກ່າວເຊັ່ນ: ຂະບວນແຫ່ຊ້າງທີ່ງົດງາມ ພ້ອມກັບພິທີບາສີສູ່ຂັວນຊ້າງ ທີ່ສ້າງສີສັນໃຫ້ແກ່ງານບຸນນີ້.
ນອກນັ້ນກໍ່ຍັງມີການວາງສະແດງຮູບພາບ ເຊິ່ງເລົ່າເຖິງປະຫວັດຂອງຊ້າງ, ການສະແດງຂອງຄວານຊ້າງ ແລະ ຊ້າງ ທີ່ໜ້າສົນ
ໃຈ ກ່ຽວກັບການດຳລົງຊີວິດ ແລະ ກິດຈະກຳປະຈຳວັນ ຂອງພວກເຂົາ.
ບຸນສົງການປີໃໝ່ລາວ
ທຸກໆປີ ຈະກຳນົດເອົາວັນທີ່ 13,14,15 ຂອງເດືອນເມສາ ໃຫ້ເປັນວັນສະເຫຼີມສະຫຼອງ ບຸນປີໃໝ່ລາວ ທົ່ວທຸກແຫ່ງຫົນໃນຂອບ
ເຂດທົ່ວປະເທດ. ງານບຸນນີ້ແມ່ນໝາຍເຖິງສັນຍາລັກ ຂອງການສັ່ງອຳລາສິ່ງອະປະມຸງຄຸນ ທີ່ໄດ້ເກີດຂື້ນໃນປີທີ່ຜ່ານມາ, ພ້ອມ
ນັ້ນກໍ່ກຽມ ຮັບຕ້ອນເອົາພອນທີ່ປະເສີດ ແລະ ສິ່ງດີໆ ທີ່ປາຖະໜາໄວ້ໃນປີທີ່ຈະມາເຖິງ.
ຈຸດພິເສດຂອງບຸນສົງການນີ້ແມ່ນມີ 3 ວັນ ຊຶ່ງແຕ່ລະວັນ ຈະມີກິດຈະກຳທີ່ແຕກຕ່າງກັນ ແລະ ມີການຫົດສົງນ້ຳຕາມປະເພນີ.
ມື້ທຳອິດຄືວັນທີ 13, ແມ່ນມື້ສັງຂານລ່ວງ ແມ່ນໝາຍເຖິງວັນສຸດທ້າຍຂອງປີເກົ່າ ແລະ ເປັນມື້ເຮັດຄວາມສະອາດເຮືອນ. ມື້ທີ
2 ຄືວັນທີ 14, ເປັນມື້ເນົາ ແມ່ນມື້ທີ່ຢູ່ລະຫວ່າງປີເກົ່າ ແລະ ປີໃໝ່ ຊຶ່ງເປັນມື້ ສັກກາລະບູຊາສົງນ້ຳພຣະ ແລະ ມື້ສຸດທ້າຍຄື
ວັນທີ 15 ແມ່ນມື້ເລີ່ມຕົ້ນຂອງວັນຂື້ນປີໃໝ່ ຈະມີການສະຫຼອງກິນລ້ຽງ ບາສີສູ່ຂັວນ. ບາງຄັ້ງໃນປີ ສອງຫົນ ຈະມີມື້ເນົາສອງ
ມື້ ໝາຍຄວາມວ່າປີນັ້ນມີ 4 ມື້ ໃນການສະຫຼອງປີໃໝ່.
ການຫຼີ້ນປີໃໝ່ທີ່ຫຼວງພະບາງ ແມ່ນມີຄວາມໂດດເດັ່ນ ແລະ ມີເອກະລັກສະເພາະບໍ່ຄືບ່ອນອື່ນໆ ໃນລາວ.ຈະມີປະເພນີແຫ່ພຣະ
ບາງ, ປູ່ເຍີຍ່າເຍີ ແລະ ສົງນ້ຳພຣະທີ່ວັດໃໝ່. ນອກນັ້ນກໍ່ຍັງມີຂະບວນແຫ່ ນາງສັງຂານ ທີ່ເຕັມໄປດ້ວຍຜູ້ຄົນນຸ່ງຫົ່ມ ເສື້ອຜ້າ
ຫຼາກຫຼາຍສີສັນ ງົດງາມປະການຕາເຄື່ອນໄປຕາມຖະໜົນ, ມີການກໍ່ພຣະທາດຊາຍ ທີ່ຫາດລຽບແຄມແມ່ນ້ຳ ທີ່ເປັນອີກກິດຈະ
ກຳທີ່ບໍ່ຄວນພາດ.
ບຸນບັ້ງໄຟ
ບຸນຮຽກຝົນ, ງານນີ້ດຳເນີນໄປຕາມປະເພນີ ແລະ ຄວາມເຊື່ອຖືໂດຍຈັດໃຫ້ມີການສະຫຼອງເປັນເວລາ 2 ວັນ,ຊຶ່ງອາດເວົ້າໄດ້
ວ່າ ເປັນງານໃຫຍ່ງານໜື່ງລະດັບປະເທດ ທຽບເທົ່າບຸນສົງການປີໃໝ່ລາວ. ໃນງານຈະມີການເຊີ້ງ,ຟ້ອນ,ລຳ ແລະ ໂຮຮ້ອງ
ເປັນຂະບວນຢ່າງມ່ວນຊື່ນ. ການຈຸດບັ້ງໄຟທີ່ເຮັດດ້ວຍເລົາໄມ້ ປ້ອງພຸ່ງຂື້ນສູ່ທ້ອງຟ້າ ຢ່າງຄຶກຄື້ນບໍ່ຂາດສາຍ ເບີ່ງແລ້ວຄືກັບ
ການປ່ອຍຈະຫຼວດທີ່ທ່າອາກາດສະຍານແຫຼມການາເວຣານຂອງ ອາເມລິກາ. ບາງແຫ່ງພວກນັກເຊີ້ງຜູ້ຊາຍຈະທາໂຕດຳດ້ວຍ
ຂີ້ມິນໝໍ້, ສ່ວນຜູ້ຍິງພາກັນໃສ່ແວ່ນຕາດຳ. ນອກນັ້ນກໍ່ຍັງມີການແຂ່ງຂັນ ລະຫວ່າງບັ້ງໄຟຂອງແຕ່ລະບ້ານ, ບັ້ງໄຟທີ່ພຸ້ງຂື້ນ
ເທິງຟ້າໄດ້ສູງ ແລະ ໄກກວ່າໝູ່ ຖືວ່າໄດ້ຊະນະເລີດ, ສ່ວນບັ້ງໄຟທີ່ແຕກ ຫຼື ຊູດຕົກລົງດິນຖືວ່າເສຍໄຊ ເຈົ້າຂອງຈະຖືກລົງ
ໂທດ ໂດຍຖືກຫາມໄປຖິ້ມລົງບວກລົງຕົມ.
ການຈູດບັ້ງໄຟ ແມ່ນເພື່ອເປັນການບູຊາພະຍາແຖນ ເພື່ອຂໍຝົນຈາກຟ້າ ກ່ອນເລີ່ມຕົ້ນລະດູການເຮັດນາ. ການສະຫຼອງບຸນດັ່ງ
ກ່າວນີ້ ບໍ່ແມ່ນຕ້ອງການຄວາມເປື້ອນເປິ ແລະ ປ່າເຖື່ອນ, ແຕ່ມັນເປັນປະເພນີ ແລະ ຄວາມເຊື່ອ. ສຳລັບຫຼາຍຄົນອາດຍັງບໍ່
ທັນເຄີຍເຫັນງານບຸນ ທີ່ຝູງຊົນພາກັນມ່ວນຊື່ນແບບສຸດໆ ຄືແນວນີ້.ນັກທ່ອງທ່ຽວທີ່ມາໃນໄລຍະນີ້ ບໍ່ຄວນພາດປະສົບການງານ
ບຸນບັ້ງໄຟ.
ບຸນອອກພັນສາ-ບຸນໄຫຼເຮືອໄຟ
ບຸນອອກພັນສາ ເລີ່ມແຕ່ເດືອນສິບເອັດ ແຮມໜື່ງຄ່ຳ ຊຶ່ງຈະຕົກຢູ່ກາງ ເດືອນຕຸລາ ຕາມປະຕິທິນສາກົນ, ນັ້ນໝາຍເຖິງສີ້ນສຸດ
ການຈຳພັນສາ ຂອງພະສົງທີ່ໄດ້ປະຕິບັດກັນມາ ເປັນເວລາສາມເດືອນ. ນອກນັ້ນກໍ່ຍັງເປັນການບົ່ງບອກການສິ້ນສຸດ ຂອງລະ
ດູຝົນ. ຕອນເຊົ້າ ຈະມີພິທີຕັກບາດຕາມປະເພນີ ແລະ ຕອນແລງ ກໍ່ມີການວຽນທຽນ ຕາມວັດວາອາຮາມແຫ່ງຕ່າງໆ. ໃນໂອ
ກາດດຽວກັນນັ້ນ ກໍ່ຍັງຈັດໃຫ້ມີກິດຈະກຳຫຼາຍຢ່າງ ເຊັ່ນ: ງານບຸນໄຫຼເຮືອໄຟ, ຊຶ່ງຢູ່ຕາມສະຖານທີ່ເຮືອນຊານ ບ້ານຊ່ອງກໍ່ມີ
ການໃຕ້ທູບໃຕ້ທຽນປະດັບເຮືອນຊານ ໃຫ້ມີແສງສະຫວ່າງຮຸ່ງງາມ ເພື່ອເປັນການເຄົາລົບ ສັກກະລະບູຊາຕາມປະເພນີ.
ທີ່ແຄມແມ່ນ້ຳຂອງ ໃນນະຄອນຫຼວງວຽງຈັນ ບັນດາຊາວລາວ ແລະ ນັກທ່ອງທ່ຽວ ກໍ່ພາກັນຫຼັ່ງໄຫຼໄປໄຫຼເຮືອໄຟ ຊຶ່ງແມ່ນ ກະ
ໂທງເຮືອໄຟ ເຮັດດ້ວຍກາບ ຫຼື ລຳທ່ອນຂອງຕົ້ນກ້ວຍ ທີ່ປະດັບດ້ວຍດອກໄມ້ຢ່າງສວຍສົດງົດງາມ ໃຕ້ທູບໃຕ້ທຽນ ພ້ອມກັບ
ໃຫ້ຄຳອະທິຖານ ແລ້ວ ເອົາໄປປ່ອຍລົງຕາມສາຍນ້ຳ. ງານບຸນໄຫຼເຮືອໄຟ ເປັນງານທີ່ມີແສງສີສວຍງາມ ຊຶ່ງບັນດານັກຖ່າຍຮູບ
ທັງມືອາຊີບ ແລະ ສະໝັກຫຼີ້ນ ບໍ່ຄວນພາດໂອກາດ ໃນການໄປເກັບຖ່າຍເອົາຮູບໄວ້, ມື້ຕໍ່ມາກໍ່ແມ່ນປະເພນີບຸນຊ່ວງເຮືອ -
ນະຄອນຫຼວງວຽງຈັນ.
ບຸນນະມັດສະການພຣະທາດຫຼວງວຽງຈັນ
ບຸນນະມັດສະການພຣະທາດຫຼວງ ທີ່ນະຄອນຫຼວງວຽງຈັນ ແມ່ນງານບຸນພຸດທະສາສະໜາທີ່ສຳຄັນຂອງຊາວພຸດ ຫີນະຍານໃນ
ລາວ. ການຄົບງັນແມ່ນດຳເນີນໄປ ທ່າມກາງຂອງມື້ວັນເພັງ ເດືອນສິບສອງລາວ, ປົກກະຕິສ່ວນໃຫຍ່ຈະກົງກັບ ເດືອນພະຈິກ
ຊຶ່ງໃນມື້ນັ້ນທີ່ບໍລິເວນເດີ່ນ ພຣະທາດຫຼວງ ແລະ ອ້ອມຮອບພຣະທາດໃຫຍ່ນີ້ ຈະເຕັມໄປດ້ວຍຜູ້ຄົນ ຊຶ່ງມີທັງພະສົງ ແລະ ຝູງ
ຊົນທີ່ມີຄວາມເຫຼື້ອມໃສສັດທາ ໃນພະພຸດທະສາສະໜາ ຈາກເຂດແຄ້ວນແຂວງຕ່າງໆ ທົ່ວປະເທດ ພາກັນມາເຕົ້າໂຮມກັນຢູ່ທີ່
ນີ້ ເພື່ອກາບໄຫວ້ ສັກກາລະບູຊາ, ໂດຍເຊື່ອວ່າໃນທາດບັນຈຸອະທິຂອງພຣະພຸດທະເຈົ້າ. ໃນໂອກາດນີ້ກໍ່ມີການສະຫຼອງດ້ວຍ
ການຈັດງານວາງສະແດງຕະຫຼາດນັດ ທີ່ເປີດຕະຫຼອດທັງເຊົ້າ ແລະ ແລງ. ມີການສະແດງສິລະປະວັດທະນະທຳ ແລະ ເສບງັນ
ກັນ ໄປຕາມບໍລິເວນເດີ່ນພຣະທາດຫຼວງເປັນເວລາຫຼາຍມື້.
ຢ່າພາດຊົມ ຂະບວນແຫ່ຜາສາດເຜີ້ງ ຂອງປວງຊົນລາວທັງຫຼາຍ ທີ່ວັດສີເມືອງ ນະຄອນຫຼວງວຽງຈັນ ແລະ ໃນມື້ຕໍ່ມາກໍ່ມີຂະ
ບວນແຫ່ຜາສາດເຜີ້ງທີ່ງົດງາມ, ຕັ້ງຂະບວນ ທີ່ປະຕູໄຊເຄື່ອນໄປທີ່ພຣະທາດຫຼວງ ເພື່ອເປັນການນະມັດສະການ ຕາມປະເພນີ
ຕິດຕາມດ້ວຍຄະນະສິລະປະພື້ນເມືອງຂອງ ບັນດາຊົນເຜົ່າ. ມື້ຕໍ່ມາ ກໍ່ຈະມີ ພິທີຕັກບາດ ໃນຕອນເຊົ້າຂອງມື້ສຸດທ້າຍ ແລະໃນ
ຄ່ຳຄືນນັ້ນຈະມີ ການວຽນທຽນອ້ອມພຣະທາດ ທີ່ຈົບລົງດ້ວຍແສງສີຂອງດອກໄມ້ໄຟ ທີ່ງົດງາມ ແລະ ໜ້າປະທັບໃຈພາຍໃຕ້
ແສງເດືອນເພັງ.
ພິທີບາສີ
ພິທີບາສີສູ່ຂັວນ ແມ່ນຮີດຄອງປະເພນີ ທີ່ເປັນເອກະລັກສະເພາະຂອງຄົນລາວ ແລະ ມີຄວາມຕິດພັນ ກັບການດຳລົງຊີວິດດົນ
ນານມາແລ້ວ. ພິທີນີ້ ມີຄວາມໝາຍເຖີງຄຸນຄ່າຂອງຊີວິດ ແລະ ການຢູ່ຢ່າງສັນຕິວິທີໃນການດຳລົງຊີວິດ ຂອງຄົນໃນຄອບຄົວ
ແລະ ສັງຄົມ ໂດຍການສະແດງອອກໃນຄວາມນັບຖືເທວະບຸດ, ເທວະດາ ແລະ ສິ່ງສັກສິດເໜືອມະນຸດ. ການທີ່ເຊື່ອວ່າຮ່າງ
ກາຍຂອງຄົນປະກອບດ້ວຍ 32 ພາກສ່ວນ ແລະ ແຕ່ລະພາກສ່ວນຈະມີຂັວນ ເຊິ່ງຂັວນທັງຫຼາຍເຫຼົ່ານີ້ ຈະມີການພະເນາຈອນ
ຈາກຮ່າງກາຍອອກໄປ ໃນກໍລະນີ ທີ່ມີການປະທະກະທົບກະແທກ ປ່ຽນໄປຈາກເດີມ. ສະນັ້ນ ຈຶ່ງຕ້ອງການເອີ້ນຂັວນໃຫ້ກັບຄືນ
ມາ ຊຶ່ງໃນເວລາມີພິທີບາສີ ຈະມີການອຸທານວ່າ ”ມາເຢີ້ຂັວນເອີຍ”.
ໃນຂະນະດຽວກັນ ພິທີບາສີອາດມີຄວາມແຕກຕ່າງກັນ ໃນລາຍລະອຽດບາງຢ່າງ ທັງນີ້ກໍ່ຂື້ນກັບການນັບຖືທີ່ແຕກຕ່າງຂອງກຸ່ມ
ຊົນເຜົ່າ ແຕ່ຈຸດຫຼັກແມ່ນມີການພົວພັນເຖິງກາລະໂອກາດຕ່າງໆ ເຊັ່ນ: ການເກີດ, ການແຕ່ງດອງ, ການຈະເຂົ້າບວດ, ການຈະ
ຍົກຍ້າຍໄປທີ່ອື່ນ ຫຼື ກັບມາຢາມເຮືອນ, ວັນຂື້ນປີໃໝ່, ຫຼັງຈາກການເຈັບປ່ວຍ ຫຼື ເກີດອຸບັດຕິເຫດ ແລະ ການຕ້ອນຮັບ ຫຼື
ອຳລາ ແຂກທີ່ມາຢາມ, ບາສີຈະມີເລີກຍາມຄື: ກ່ອນເຂົ້າສວຍ ຫຼື ກ່ອນຕາເວັນຕົກດິນ.
ນະຄອນຫຼວງວຽງຈັນ
ວຽງຈັນເປັນຊື່ເດີມຂອງນະຄອນຫຼວງ, ມີປະຊາກກອນປະມານ 600.000 ຄົນ. ເຖິງວ່າຈະເປັນເມືອງໃຫຍ່ກວ່າໝູ່ຂອງປະເທດ
ກໍ່ຕາມ ແຕ່ກໍ່ຍັງເປັນເມືອງທີໜ້າຢູ່ ແລະ ມີສະເໜ່ຄືກັບຕົວເມືອງນ້ອຍທົ່ວໆໄປ. ເມືອງວຽງຈັນ ເປັນຊື່ເອີ້ນຂານດົນນານມາແລ້ວ
ຊຶ່ງໝາຍເຖິງ ພະຈັນ(ເດືອນ) ອາດເພາະວຽງຈັນເປັນເມືອງ ສ້າງຂື້ນລຽບຝັ່ງ ແມ່ນ້ຳຂອງ. ຊື່ຕາຟັ່ງຖືກນ້ຳເຊາະເປັນຮູບຄືເດືອນ
ໃນມື້ແຮມ. ຕົວເມືອງວຽງຈັນ ເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ, ມີການກໍ່ສ້າງຢູ່ທຸກຫົນທຸກແຫ່ງ ບໍ່ວ່າຈະເປັນ ຖະໜົນ, ຕຶກ
ແລະ ອາຄານໃໝ່ ປະກົດຂື້ນໃຫ້ເຫັນຢ່າງຕໍ່ເນື່ອງ.ແຕ່ ກໍ່ຍັງດີທີ່ທາງການໄດ້ມີກົດລະບຽບ ຈຳກັດຄວາມສູງຂອງອາຄານ ເຮັດ
ໃຫ້ບໍ່ມີຕຶກສູງຫຼາຍໃຈຕົວເມືອງ. ຖ້າຢາກຈະຊົມວິວເມືອງ ຕ້ອງຂື້ນໄປຢູ່ເທິງຈອມຂອງປະຕູໄຊ ທີ່ຖະໜົນລ້ານຊ້າງ.
ເທດສະບານເມືອງ-ອ້ອມແອ້ມວຽງຈັນ
ເລາະອ້ອມນະຄອນຫຼວງວຽງຈັນແມ່ນງ່າຍທີ່ສຸດ, ເຖິງວ່າຕົວເມືອງບໍ່ໃຫຍ່ ແຕ່ກໍ່ມີຫຼາຍສິ່ງຫຼາຍຢ່າງໃຫ້ໄດ້ເບິ່ງໄດ້ຊົມກັນ ຢູ່ຕາມສະຖານ
ທີ່ ທີ່ໃຊ້ເວລາຍ່າງເລາະເອົາກໍ່ໄດ້. ຖ້າບໍ່ມັກຍ່າງ, ລົດຕຸກໆ ມີຢູ່ທຸກຈຸດ ແລະ ລາຄາຖືກ. ຖ້າຈະເໝົາເປັນຖ້ຽວກໍ່ຂື້ນການຕົກລົງ ເຈລະຈາ
ກັບ ເຈົ້າຂອງລົດ ເພື່ອຈະໄດ້ພາເລາະທ່ຽວອ້ອມເມືອງ ຕາມໄລຍະທາງ ຫຼື ເວລາທີ່ຕ້ອງການໃຊ້. ຂີ່ເລາະເບິ່ງສະຖານທີ່ໃນ ຕົວເມືອງ ສະເລ່ຍຄ່າລົດຈະຕົກປະມານ 100.000 ກີບ. ອີກໜື່ງທາງເລືອກກໍ່ແມ່ນຂີ່ລົດຖີບ ຫຼື ລົດຈັກເອົາ, ມີຫຼາຍບ່ອນໃຫ້ເຊົ່າ. ນອກນີ້ ກໍ່ມີ
ບໍລິສັດໃຫ້ເຊົ່າລົດເກັງເຊັ່ນດຽວກັນ ຊື່ງຄ່າເຊົ່າຈະຕົກຢູ່ປະມານ 50-70 ໂດລາຕໍ່ມື້. ສ່ວນລົດເມ ກໍ່ມີໃຫ້ບໍລິການເພື່ອໄປຍັງຕົວເມືອງ
ອື່ນທີ່ຢູ່ຫ່າງໄກ ຫຼື ໄປຂົວມິດຕະພາບ, ຄ່າລົດເມ ໄປຂົວມິດຕະພາບ ແມ່ນປະມານ 4.000 ກີບ, ຖ້າໄປກັບລົດແທັກຊີ ຄ່າໂດຍສານ
ແມ່ນປະມານ 80.000 ກີບ.
ເລາະທ່ຽວວຽງຈັນ ໃນ 1 ມື້:
ນ້ຳງື່ມ:
ອ່າງນ້ຳງື່ມ ຫ່າງຈາກນະຄອນຫຼວງວຽງຈັນ 85 ກິໂລແມັດເໝາະໃນການໄປທ່ຽວສຳລັບຜູ້ທີ່ມີເວລາໜື່ງມື້ເຕັມ.ອ່າງນ້ຳນີ້ກວມເອົາ
ປະມານ300 ຕາລາງກິໂລແມັດຂອງເນື້ອທີປ່າ, ພ້ອມກັບດອນນ້ອຍໆ ຈຳນວນຫຼາຍຮ້ອຍທີ່ຈົມຢູ່ໃຕ້ນ້ຳ ເຊີ່ງສາມາດຂີ່ເຮືອຊົມພ້ອມ
ທັງຮັບປະທານອາຫານໄປພ້ອມ. ນອກນັ້ນກໍ່ຍັງມີຮ້ານອາຫານຕ່າງໆ ຍາວຢຽດໄປຕາມແຄມອ່າງນ້ຳມີບໍລິການອາຫານດີໆ ໄວ້ຮອງ
ຮັບ ແຂກເທິງຟັ່ງ…….ເປັນຈັ່ງໃດ? ຂື້ນລົດເມໄປລົງທີ່ບ້ານທ່າລາດ ຈາກນັ້ນກໍ່ເອົາລົດຕຸກໆ ຫຼື ລົດສອງແຖວ ຈາກທີ່ນັ້ນໄປຕໍ່ອີກ
20 ກິໂລແມັດ. ອີກແຫ່ງໜື່ງແມ່ນບ້ານປາໂກ, ແຫຼ່ງທ່ອງທ່ຽວທຳມະຊາດ ທີ່ຢູ່ຫ່າງໄກຈາກນະຄອນຫຼວງວຽງຈັນ 50 ກິໂລແມັດ
ທາງເລກ 13 ໃຕ້ ເໝາະສຳລັບ ຜູ້ທີ່ມັກທຳມະຊາດ ແລະ ປ່າດົງ. ຈະໄປຂີ່ເຮືອກາໂນເອ, ເຮືອແພ ຫຼື ຍ່າງປ່າ ໂດຍທຳມະຊາດ
ນອນຄ້າງຄືນ ຢູ່ເຮືອນກະຕູບລາວຢູ່ທີ່ນັ້ນໄດ້.
ຄາຊີໂນ:ແດນສະຫວັນ ທີ່ອ່າງນ້ຳງື່ມ, ອາດເປັນບ່ອນໄປຫຼິ້ນຂອງຜູ້ທີ່ມັກສະໜຸກສະໜານກັບການຊ່ຽງໂຊກ.
ດານສູງ:
ຫ່າງຈາກນະຄອນຫຼວງວຽງຈັນ 30 ກິໂລແມັດ ຕາມເສັ້ນທາງໄປຍັງຫຼວງພະບາງ. ໄປໄດ້ປະມານ 22 ກິໂລແມັດ ຈາກນະຄອນຫຼວງ
ວຽງຈັນໃຫ້ລ້ຽວຊ້າຍ ທີ່ບ້ານຫົວຂົວ, ມີຖ້ຳທີ່ມີພຣະພຸດທະຮູບ ແລະ ຮອຍພຣະບາດໃຫ້ຊົມ ແລະ ສັກກະລະບູຊາ.
ພູເຂົາຄວາຍ
ອຸດທະຍານ ເຂດປ່າສະຫງວນແຫ່ງຊາດ ທີ່ແສນງາມແຫ່ງນີ້ ກວມເອົາເນື້ອທີ່ຫຼາຍກວ່າ 2.000 ຕາລາງກິໂລແມັດ, ຢູ່ຫ່າງຈາກນະ
ຄອນຫຼວງວຽງຈັນ ໄປທາງທິດຕາເວັນອອກສຽງເໜືອ ປະມານ 40 ກິໂລແມັດ. ມີພູຫີນສູງເດັ່ນຕາມທຳມະຊາດທີ່ສວຍງາມ ປົນ
ເປໄປດ້ວຍປ່າໄມ້ຕາມລະດູການ ທີ່ຂຽວງາມ. ທີ່ນີ້ ເປັນແຫຼ່ງອະນຸຮັກທຳມະຊາດ ທີ່ສວຍງາມທີ່ສຸດແຫ່ງໜື່ງໃນລາວ, ມີທັງຕົ້ນດອກ
ເຜີ້ງ ແລະ ພືດນາໆພັນຫຼາຍຮ້ອຍຊະນິດ, ເບັ່ງບານ ໄປຕະຫຼອດລະດູຝົນ, ແລະ ທັງເປັນບ່ອນຢູ່ອາໄສ ຂອງສັດປ່າ ທີ່ລ້ຽງລູກດ້ວຍ
ນົມ ຫຼາຍຊະນິດເຊັ່ນ: ຊ້າງເສືອ, ໝີ ແລະ ຊະນີ.ພວກເຮົາຍັງຈະໄດ້ເຫັນສັດເລືອຄານ, ງູ, ພວກສັດເຄິ່ງບົກເຄິ່ງນ້ຳ ແລະ ພວກນົກ
ເຊິ່ງເຮັດໃຫ້ພູເຂົາຄວາຍ ກາຍເປັນບ່ອນທີ່ຖືກໃຈ ສຳລັບຜູ້ທີ່ຮັກສັດປ່າ.ບ້ານນາເມືອງ ທ່າພະບາດ ເປັນສະຖານທີ່ຮາບສູງ ເປັນບ່ອນ
ສັງເກດເບີ່ງ ການດຳລົງຊີວິດ ປະຈຳວັນຂອງ ຊ້າງປ່າ, ໃນລະດູຝົນ, ທຸກໆ ພືດພັນຈະຄືນຊີບ ແຕກໜໍ່ອອກໃບຂຽວງາມ ແລະ ເຕີບ
ໃຫຍ່ຢ່າງໄວວາ. ນ້ຳຕົກຕາດຫຼາຍແຫ່ງຈະໄຫຼລົ້ນຕົກລົງ ຢ່າງສວຍງາມ. ມີແມງກະເບື້ອຫຼາກຫຼາຍສີ ບິນໄປມາຢ່າງງົດງາມ. ສ່ວນສະ
ຖານທີ່ແຫ່ງອື່ນໆ ທີ່ຄວນໄປຊົມ ກໍ່ຄື: ອ່າງນ້ຳລິກຕາດໄຊ, ຕາດເລິກ, ຜາເຊດ, ບ້ານນາ, ແລະ ຕາດພູເຂົາຄວາຍ.
ປະຕູໄຊ
ເປັນໄປບໍ່ໄດ້ທີ່ຈະບໍ່ເຫັນປະຕູໄຊ ໃນເວລາມານະຄອນຫຼວງວຽງຈັນ,ຕັ້ງຢູ່ຖະໜົນລ້ານຊ້າງ ເປັນຈຸດວົງວຽນໃຫຍ່ຂອງຖະໜົນສາຍສຳ
ຄັນເບີ່ງໄກໆ ມີຄວາມຄ້າຍຄືກັບ ປະຕູໄຊ ຢູ່ນະຄອນຫຼວງປາຣີ, ຖ້າເຂົ້າໄປໄກ້ໆ ກໍ່ຈະເຫັນຄວາມເອກອ້າງ ໃນສະຖາປັດຕະຍະກຳ
ສິລະປະລາວ.ໃຜມາກໍ່ຕ້ອງໄປຍ່າງຊົມ ແລະ ຖ່າຍຮູບນຳອີກດ້ວຍ.ນອກຈາກນັ້ນ ກໍ່ຍັງໄປທ່ຽວຊົມຢູ່ເທິງຈອມ ເຊີ່ງເປັນບ່ອນຊົມວິວ
ເບິ່ງທິວທັດຂອງເມືອງທີ່ດີ ແລະ ສຸດແສນສວຍງາມ.
ພຣະທາດຫຼວງ
ພຣະທາດຫຼວງວຽງຈັນ ເປັນບູຮານສະຖານ ທີ່ເປັນເອກະລັກສະເພາະ ຕາມຮູບແບບສະຖາປັດຕະຍະກຳ ສິລະປະລາວ.ເປັນພຣະທາດ
ສີຄຳ ຮຸ່ງເຫຼື້ອມ ແລະ ເປັນພຣະທາດ ທີ່ໃຫຍ່ສູງສະຫງ່າງາມ ມີຄວາມໝາຍຄວາມສຳຄັນທີ່ສຸດ ຢູ່ໃນ ສປປ ລາວ.ຂອບເຂດບໍລິເວນ
ພຣະທາດຫຼວງ ແມ່ນໄດ້ມີການມາຕັ້ງຖິ່ນຖານອາໄສຢູ່ ຂອງປະຊາຊົນເປັນເວລາຫຼາຍຮ້ອຍປີ ຄືໃນຍຸກສະໄໝຂອມ(ສະຕະວັດທີ11-
13)ເປັນຕົ້ນມາ. ພຣະທາດຫຼວງນີ້ສ້າງຂື້ນໃນປີ 1566 ຍຸກຣາຊະການສະໄໝ ຂອງພຣະເຈົ້າ ໄຊເຊດຖາທິຣາດ ຂື້ນຄອງຣາດ,ແຕ່ກໍ່
ຖືກທຳລາຍລົງໃນປີ 1828-1829 ຊື່ງເປັນໄລຍະສົງຄາມທີ່ເມືອງວຽງຈັນ ຖືກຮຸກຮານຈາກສະຫຍາມ. ຕໍ່ມາໄດ້ມີການ ປະຕິສັງຂອນ
ບູລະນະຄືນໃໝ່ໃນປີ 1930 ຊຶ່ງການກໍ່ສ້າງໃນຄັ້ງນີ້ ແມ່ນຢູ່ພາຍໃຕ້ການຊີ້ນຳຂອງຝຣັ່ງ.ຫຼາຍປີຕໍ່ມາພຣະທາດຫຼວງ ກໍ່ຕ້ອງປະສົບສະ
ຕາກຳອີກຄັ້ງ ຖືກຟ້າຜ່າຫັກລົງ ເຮັດໃຫ້ຕ້ອງມີການບູລະນະໃໝ່ ແລະ ຄົງຢູ່ຈົນເທົ່າທຸກມື້ນີ້. ສະຖານທີ່ຕັ້ງໄກຈາກຈຸດໃຈກາງເມືອງ
ໄປປະມານ 3 ກິໂລແມັດ.ເວລາມາທ່ຽວນະຄອນຫຼວງວຽງຈັນ ຕ້ອງໄດ້ໄປຊົມ ແລະ ກາຍໄຫວ້ສັກກະລະບູຊາ ພຣະທາດຫຼວງເພາະ
ເປັນສະຖານທີ່ທີ່ມີຄວາມໝາຍຍິ່ງທາງ ປະຫວັດສາດ ກໍ່ຄືທາງສາສະໜາເຊື່ອວ່າໃນ ພຣະທາດຫຼວງ ບັນຈຸອະທິຂອງພຣະພຸດທະເຈົ້າ,
ເປັນພຣະທາດທີ່ໂດດເດັ່ນ ໃນທຸກຍຸກສະໄໝ, ເບິ່ງສວຍງາມໃນຍາມຕາເວັນຕົກດິນ ເມື່ອມີແສງສາດສ່ອງໃສປະກາຍສີ.
ຫໍພຣະແກ້ວ
ຕັ້ງຢູ່ກົງກັນຂ້າມກັບວັດສີສະເກດ ຊຶ່ງແຕ່ກ່ອນເຄີຍເປັນວັດທີ່ສຳຄັນ ໃຊ້ໃນການປະຕິບັດພິທີກຳຕ່າງໆຂອງ ບ້ານເມືອງໃນອາດີດຕະ
ການ.ວັດນີ້ ສ້າງຂື້ນໃນປີ 1565 ສຳລັບເປັນບ່ອນປະດິດສະຖານ ຂອງພຣະແກ້ວມໍຣະກົດ, ໂດຍພຣະເຈົ້າໄຊເຊດຖາທິຣາດ ໃນເວ
ລາທີ່ໄດ້ຕັດສິນໃຈ ຍົກຍ້າຍນະຄອນຫຼວງເດີມຂອງປະເທດ ແມ່ນຢູ່ຫຼວງພຣະບາງ ມາຕັ້ງຢູ່ວຽງຈັນ,ພາຍຫຼັງການສິ້ນພຣະຊົນຂອງ
ພຣະເຈົ້າໂພທິຊາຣາດ ຜູ້ເປັນບິດາ. ປະຈຸບັນວັດນີ້ກາຍເປັນຫໍພິພິດຕະພັນ. ສ່ວນອົງພຣະແກ້ວມໍຣະກົດ ປະຈຸບັນແມ່ນຖືກເອົາໄປປະ
ດິດສະຖານຢູ່ທີ່ວັດພຣະແກ້ວ ທີ່ກຸງເທບ ປະເທດໄທ.ໂບຣານສະຖານ ຫໍພຣະແກ້ວ ບໍລິເວນດ້ານນອກສິມ ແມ່ນອ້ອມຮອບໄປດ້ວຍ
ພຣະພຸດທະຮູບຫຼໍ່ຈາກທອງແດງ ໃນປາງຕ່າງໆ ທີ່ແຕກຕ່າງກັນ ແລະ ມີຄວາມສະຫງ່າງາມໂດດເດັ່ນ ຊຶ່ງສະແດງອອກເຖິງ ສິລະ
ປະທີ່ງົດງາມ ແລະ ໂດດເດັ່ນ ຂອງຄົນລາວໃນແຕ່ລະຍຸກສະໄໝ.ຫ່າງຈາກ ຫໍພຣະແກ້ວ ໄປຕາມຖະໜົນເຊດຖາທິຣາດ ຍັງມີອີກ
ໜືງສະຖານທີ່ທີ່ຄວນໄປຢ້ຽມຊົມ ແລະສັກກະລະບູຊານັ້ນກໍ່ຄືວັດສີເມືອງ ຊຶ່ງເປັນວັດທີ່ສຳຄັນຍິ່ງສຳລັບ ຄົນລາວ ເພາະຖືວ່າ ເປັນ
ເສົາບ້ານຫຼັກເມືອງ ທີ່ເຄົາລົບຂອງປວງຊົນລາວ ທົ່ວທັງປະເທດ.
ວັດຊຽງຄວນ
ສະຖານທີ່ ຊຶ່ງຖືກຈັດສັນກໍ່ໃຫ້ເກີດເປັນສວນ ທີ່ບໍ່ຄືສະຖານທີ່ ແຫ່ງອື່ນໃດນີ້ຕັ້ງຢູ່ລຽບແຄມນ້ຳຂອງ ຫ່າງຈາກຕົວເມືອງນະຄອນ
ຫຼວງວຽງຈັນປະມານ 27 ກິໂລແມັດ ຜ່ານລອດຂົວມິດຕະພາບໄປບໍ່ເທົ່າໃດ ກິໄລແມັດ. ກົງກັນຂ້າມກັບຄວາມຈິງທີ່ຮຽກສະຖານ
ທີ່ແຫ່ງນີ້ວ່າວັດເພາະຈະບໍ່ມີ ລັກສະນະ ທີ່ຊີ້ບອກເຖິງຄວາມໝາຍຂອງການເປັນວັດ. ແຕ່ທີ່ຈິງແລ້ວ ຈະເອີ້ນສະຖານທີ່ແຫ່ງນີ້ວ່າ
ສວນອຸດທະຍານພຣະພຸດທະຮູບເພາະເປັນສວນທີ່ເຕັມໄປດ້ວຍ ພຣະພຸດທະຮູບປາງຕ່າງໆ ປັ້ນຫຼໍ່ດ້ວຍສີມັງ ມີທັງອົງນ້ອຍ ແລະ
ອົງໃຫຍ່. ໜື່ງໃນນັ້ນອົງທີ່ເດັ່ນກໍ່ເຫັນຈະເປັນ ພຣະພຸດທະຮູບ ປາງນອນ ມີຄວາມຍາວປະມານ 50 ແມັດ.ສວນແຫ່ງນີ້ ສ້າງ
ຂື້ນໃນຕົ້ນປີ 1950 ໂດຍພຣະສົງຕາມຕຳນານເລື້ອງຂອງສາສະໜາພຸດ ແລະ ສາສະໜາຮິນດູ ທີ່ປະສົມປະສານກັນ. ເປັນສະ
ຖານທີ່ ທີ່ມີທັງຄົນລາວ ແລະ ຄົນຕ່າງປະເທດ ມັກໄປທ່ຽວຊົມໂດຍສະເພາະ ໃນວັນເສົາ ແລະ ວັນອາທິດ.ນອກນັ້ນທີ່ສວນນີ້
ຍັງມີຮ້ານອາຫານ ແລະ ຮ້ານຂາຍເຄື່ອງທີ່ລະນຶກ. ປະຕິມາກຳທີ່ຜູ້ຄົນ ໃຫ້ຄວາມສົນໃຈເຂົ້າໄປຊົມທີ່ສຸດ ແມ່ນຫົນທາງໄປສູ່ສະ
ຫວັນຊັ້ນ 7 ໃນລາຫູຍັກ. ໄປຊຽງຄວນ ໄປຈັ່ງໃດ?ຂີ່ລົດເມຈາກຄິວລົດຕະຫຼາດເຊົ້າ ໄນລາຄາ 5.000 ກີບ.
ແຂວງວຽງຈັນ
ເມືອງວັງວຽງ ເປັນເມືອງທ່ອງທ່ຽວຂະໜາດນ້ອຍຫ່າງຈາກນະຄອນຫຼວງວຽງຈັນ 170 ກິໂລແມັດ ໄປຕາມເສັ້ນທາງເລກທີ່13
ເໜືອສາຍຫຼວງພະບາງ,ເປັນເມືອງຕັ້ງລຽບ ແຄມນ້ຳຊອງ ແລະ ໄດ້ຮັບຄວາມນິຍົມ ຈາກນັກທ່ອງທ່ຽວໄວໝຸ່ມ ເພາະເຕັມໄປ
ດ້ວຍສະຖານທີ່ ທີ່ມີຫຼາກຫຼາຍກິດຈະກຳ ທາງທຳມະຊາດ ທີ່ທ້າທາຍ.ໄປຊົມທິວທັດທຳມະຊາດ ຂອງພູຜາທີ່ຂຽວສົດງົດງາມ
ໃນຂະນະທີ່ລ່ອງລອຍຫຼີ້ນນ້ຳ ແລະເຂົ້າຊົມຖ້ຳ. ມ່ວນຊື່ນໄປກັບວິຖີຊີວິດ ໃນບັນຍາກາດຍາມຄ່ຳຄືນ ຂອງເມືອງວັງວຽງ.
ແຂວງຊຽງຂວາງ
ທົ່ງໄຫຫີນ ຢູ່ເຂດໜື່ງໃນແຂວງຊຽງຂວາງ ທີ່ມີຄວາມລຶກລັບຊັບຊ້ອນ ແລະ ມີຄວາມເກົ່າແກ່ ທີ່ມາຂອງຊື່ ແມ່ນເພີ່ນໄດ້ເອີ້ນຕາມ
ວັດຖຸບູຮານໄຫຫີນ ຊຶ່ງລວມທັງໝົດມີ ຫຼາຍກວ່າ 400 ແຫ່ງ ແຈກຢາຍໄປທົ່ວທົ່ງພຽງ ທີ່ເປັນຈຸດໃຈກາງຂອງແຂວງຊຽງຂວາງ.
ເບິ່ງຕາມພູມສັນຖານ ໄຫຫີນໄດ້ແຈກຢາຍ ໄປຕາມແລວທາງຂອງທົ່ງພຽງ ທີ່ເຊື່ອມຕໍ່ກັນເປັນສາຍ ຈາກອີກໜື່ງທົ່ງພຽງທີ່ໂຄລາດ
ໃນຕອນໃຕ້ຂອງປະເທດໄທ ຜ່ານດິນລາວ ໄປເຊື່ອມຕໍ່ໃສ່ທາງເໜືອຂອງເນີນເຂົາ ກາຊ້າກ ເຂດພາກເໜືອຂອງ ປະເທດອິນເດຍ,
ຊຶ່ງຈາກການສັນນິຖານ ອາດເວົ້າໄດ້ວ່າ ແມ່ນເສັ້ນທາງ ການຄ້າ ລະຫວ່າງປະເທດໃນສະໄໝນັ້ນ.
ໄຫຫີນ ເຫຼົ່ານີ້ ເປັນໄຫທີ່ເຮັດດ້ວຍຫີນພູ ປະສົມປະສານກັບແຮ່ທາດອື່ນໆ ບໍ່ວ່າຈະເປັນຫີນຊາຍ ຫຼື ກຣານິດອັດແໜ້ນ ຫຼື ເປັນ
ແບບຫີນແຮ່ປູນ. ແຕ່ລະໜ່ວຍມີຂະໜາດ ທີ່ແຕກຕ່າງກັນອອກໄປ ບາງໜ່ວຍກໍ່ເປັນລ່ຽມ ຫຼື ກົມ ແລະ ບາງໜ່ວຍກໍ່ມີຝາຈານ ທີ່
ສາມາດປິດໄດ້. ໄຫທຸກໆ ໜ່ວຍມີນ້ຳໜັກປະມານ 13 ໂຕນ ຂື້ນໄປ ແລະ ສູງ ລະຫວ່າງ1-3ແມັດ(3-10ft).ໃນເວລາໄປທ່ຽວຊົມ
ໃຫ້ລະມັດລະວັງຢ່າອອກໄປເກີນເຂດຈາກ ທີ່ທາງການກຳນົດ ເພາະເປັນເຂດທີ່ມີການເກັບກູ້ລະເບີດ ຊຶ່ງອາດມີລະເບີດທີ່ບໍ່ທັນຖືກ
ທຳ ລາຍຫຼົງເຫຼືອແຈກຢາຍໄປຕາມເສັ້ນທາງ ທີ່ຍັງຮົກເຮື້ອ.
ແຂວງບໍລິຄຳໄຊ
ສາມາດໄປແຂວງບໍລິຄຳໄຊ ໄດ້ຢ່າງສະດວກສະບາຍ ໂດຍທາງລົດເມ ຈາກຄິວລົດເມຕະຫຼາດເຊົ້າ. ຫ່າງຈາກນະຄອນຫຼວງວຽງຈັນ
ໄປຕາມເສັ້ນທາງເລກທີ່ 13 ໃຕ້ ປະມານ 150 ກິໂລແມັດ ຫຼື ໃຊ້ເວລາພຽງ 3 ຊົ່ວໂມງ. ຈຸດໝາຍປາຍທາງກໍ່ຄື ເມືອງປາກຊັນ ຊຶ່ງ
ແມ່ນເຂດເທດສະບານເມືອງຂອງແຂວງ ມີແຫຼ່ງທ່ອງທ່ຽວທິວທັດທຳມະຊາດ ເຊິ່ງເປັນສະຖານທີ່ ທີ່ມີຊື່ສຽງໂດ່ງດັງ ຂອງແຂວງເຊັ່ນ:
ທີ່ບ້ານນາຫີນ. ພູຜາມ້ານ ທີ່ເຕັມໄປດ້ວຍປ່າຫີນ ທີ່ມີຍອດສູງຊັນເປັນຈຸດເດັ່ນ ແລະ ສວຍງາມ. ນອກນັ້ນກໍ່ຍັງມີເຂດອະນຸລັກ ປ່າສະ
ຫງວນນ້ຳເທີນ ຊຶ່ງເປັນປ່າສະຫງວນທີ່ກວ້າງໃຫຍ່ທີ່ສຸດ ຂອງປະເທດ, ທີ່ເຕັມໄປດ້ວຍສັດສາວາສິ່ງ ແລະ ຕົ້ນໄມ້ນາໆ ຊະນິດ.
ປະມານ 3.700 ຕາລາງກິໂລແມັດເປັນທີ່ຢູ່ອາໄສຂອງສັດປ່າ ແລະ ພືດພັນນາໆ ຊະນິດ ທີ່ຫາຍາກ ແລະ ກຳລັງຈະສູນພັນເຊັ່ນ: ໝີ
ດຳອາຊີ, ເສືອດາວ ແລະ ຊ້າງ. ນອກຈາກຈະອຸດົມສົມບູນ ໄປດ້ວຍສັດສາວາສິ່ງ ກໍ່ຍັງມີສະຖານທີ່ທຳມະຊາດທີ່ສວຍງາມ ລວມໄປ
ເຖິງ ບໍ່ນ້ຳຮ້ອນ, ນ້ຳເຢັນ, ຖ້ຳ ແລະນ້ຳຕົກຕາດ. ທີ່ບ້ານນາຊຶ່ງຕັ້ງຢູ່ ແຄມສາຍພູ ເຂົາຄວາຍ ເຂດປ່າສະຫງວນ, ສາມາດເບິ່ງຊ້າງປ່າ
ຈາກສະຖານນີຫໍສັງເກດການ, ຖ້າຈະຊົມທຳມະຊາດໃຫ້ເຕັມທີ່ກໍ່ພັກເຊົາອາໄສຢູ່ນຳບ້ານປະຊາຊົນ ຈັກຄືນໜື່ງ ຫຼື ສອງຄືນກໍ່ໄດ້.
ແຂວງໄຊຍະບູລີ
ໄຊຍະບູລີ ຕັ້ງຢູ່ທາງທິດຕາເວັນຕົກສຽງເໜືອຂອງ ປະເທດ ຊຶ່ງມີເຂດແດນເບື້ອງຕາເວັນຕົກຂອງແຂວງ ແມ່ນເປັນຊາຍແດນຕິດ
ກັບປະເທດໄທທັງໝົດ.ໄຊຍະບູລີມີເຂດອະນຸລັກທຳມະຊາດທີ່ສວຍງາມຊື່ວ່າ: ນ້ຳພຸຍ ເປັນສະຖານທີ່ຍ່າງປ່າທ່ຽວເລາະຊົມທຳມະ
ຊາດທີ່ດີຖ້າໂອກາດເອື້ອອຳນວຍ ຈະເຫັນບັນດາສັດປ່າທັງນ້ອຍ ແລະ ໃຫຍ່ເຊັ່ນ: ຊ້າງ, ຊະນີ ແລະ ສັດທີ່ລ້ຽງລູກດ້ວຍນົມປະ
ເພດອື່ນໆອີກຢ່າງຫຼວງຫຼາຍ. ທີ່ນີ້ເປັນສະຫວັນຂອງຜູ້ທີ່ມັກ ທຳມະຊາດ ເພາະມີພູມສັນຖານ ຊຶ່ງເຕັມໄປດ້ວຍຊັບໃນດິນ ແລະ
ພື້ນທີ່ ທີ່ມີປ່າໄມ້ ຫຼາກຫຼາຍພັນ ໂດຍສະເພາະປ່າໄມ້ສັກ ທີ່ກວມຂອບເຂດບໍລິເວນ ສ່ວນໃຫຍ່ຂອງປ່າ.ເມືອງໄຊຍະບູລີ ເປັນທີ່
ຮູ້ຈັກກັນດີວ່າ ເປັນເມືອງທີ່ມີການກະສິກຳທີ່ສຳຄັນ ມີການປູກຝ້າຍ, ຖົ່ວດິນ, ງາ, ສາລີ ແລະ ໝາກກ້ຽງ. ອີກຈຸດເດັ່ນທີ່ເປັນ
ສິ່ງດືງດູດ ຄວາມສົນໃຈຂອງຊາວບ້ານ ແລະ ນັກທ່ອງທ່ຽວແມ່ນງານບຸນຊ້າງປະຈຳປີ ຊຶ່ງຈັດຂື້ນທຸກໆເດືອນກຸມພາ, ແລະ ການ
ເລາະຊົມທຳມະຊາດ ໂດຍນັ່ງເທິງຫຼັງ ຊ້າງ ເປັນອັນໃດໜື່ງທີ່ຕ້ອງລອງປະຊາກອນຢູ່ໃນແຂວງປະກອບດ້ວຍ ຫຼາຍຊົນເຜົ່າໂດຍ
ສະເພາະແມ່ນຊົນເຜົ່າຂະມຸ, ໄທລື້, ໄທດຳ, ຫາຕິງ, ໄພກາລີ, ອາຄ່າ, ມາລາວີ.ເຜົ່າມາລາວີແມ່ນອາໄສດຳລົງຊີວິດຢູ່ໃນປ່າທາງ
ເບື້ອງທິດຕາເວັນຕົກຂອງແຂວງ ແລະ ເປັນໜື່ງໃນບັນດາເຜົ່າລ່າສັດ ທີ່ສຳຄັນໃນຂົງເຂດອາຊີຕາເວັນອອກ ສຽງໃຕ້.ໄຊຍະບູລີ
ຍັງບໍ່ໄດ້ເປັນສະຖານທີ່ທ່ອງທ່ຽວ ທີ່ມີການມາຢ້ຽມຊົມພັກເຊົາຫຼາຍ ຖ້າທຽບໃສ່ແຂວງອື່ນໆ ໃນປະເທດ, ຫຼາຍຄົນມາທ່ຽວແມ່ນ
ພຽງແຕ່ເລືອກສຳລັບເປັນທາງຜ່ານເທົ່ານັ້ນ. ຢ່າພາດໂອກາດມາພັກເຊົາທີ່ເມືອງນີ້ ຊຶ່ງເຕັມໄປດ້ວຍຄວາມສະຫງົບ ແລະກິດຈະ
ກຳທາງທຳມະຊາດຫຼາກຫຼາຍ, ນັກທ່ອງທ່ຽວທີ່ມັກການປະຈົນໄພ ຈະໄດ້ພົບປະສົບການໃໝ່ໆ ທີ່ມີໜື່ງດຽວແນ່ນອນ.
ແຂວງຫຼວງພະບາງ
ເມືອງແຫ່ງຄວາມພາກພູມໃຈ ແລະ ຄວາມປີຕິຍິນດີຂອງປວງຊົນລາວ, ອາດີດ ເມືອງຫຼວງແຫ່ງອານາຈັກລ້ານຊ້າງ ໄດ້ຖືກຮັບຈົດ
ເຂົ້າເປັນໜື່ງໃນສະຖານທີ່ມໍລະດົກໂລກຂອງລາວ ຈາກອົງການ ຢູ ເນັສ ໂກ(UNESCO) ຫຼວງພະບາງມີທັງທິວທັດສະຖານທີ່
ທາງທຳມະຊາດທີ່ຂື້ນຊື່ລືນາມ ຕາດກວງຊີ ແລະ ຖ້ຳຕິ່ງ. ນອກນີ້ຍັງມີຕະຫຼາດຊົນເຜົ່າ ຊື່ງນັກທ່ອງທ່ຽວສາມາດ ຊື້ເຄື່ອງຝາກຂອງ
ຕ້ອນທີ່ສວຍງາມຕ່າງໆ ແລະ ທັງເປັນເຄື່ອງທີ່ລະນຶກໄດ້ອີກດ້ວຍ,ຫໍພິພິຕະພັນ ອະດິດພຣະຣາຊວັງ ຊື່ງເປັນສະຖານທີ່ສຳຄັນທາງ
ດ້ານປະຫວັດສາດ ທີ່ຮູ້ຈັກດີຂອງຜູ້ຄົນ. ຄຽງຄູ່ໄປກັບວັດວາອາຮາມຕ່າງໆ ກໍ່ຍັງມີເຮືອນຊານບ້ານຊ່ອງ ຂອງປະຊາຊົນທີ່ພົ້ນເດັ່ນ
ຕາມແບບສະຖາປັດຕະຍະກຳທັງລາວແລະ ອານານິຄົມຝຣັ່ງ ທີ່ງົດງາມອີກດ້ວຍ.
ອົງພຣະບາງ
ຫຼວງພະບາງ ເມືອງມໍລະດົກໂລກ ແມ່ນຊື່ເອີ້ນຂານຂອງເມືອງຫຼວງນີ້ ເຊີ່ງຖືກຕັ້ງຂື້ນພາຍຫຼັງທີ່ໄດ້ເອົາ ພຣະບາງມາປະດິດສະຖານ
ໄວ້. ພຣະບາງເປັນພຣະພຸດທະຮູບປາງຫ້າມຍາດ, ໝາຍເຖີງການຢູ່ດ້ວຍຄວາມສັນຕິ ແລະ ສະຫງົບສຸກ,ມີຄວາມສູງ 0.83 ແມັດ
ແລະນ້ຳໜັກ 43 ກິໂລກຼາມ, ໄດ້ຮັບການປະທານພອນຈາກ ພຣະມະຫາກະສັດຂອງຂະເໝນ ມອບໃຫ້ເຈົ້າຟ້າງຸ່ມ ເພື່ອນຳເອົາໄປ
ປະດິດສະຖານໄວ້ທີ່ ເມືອງຊວາ ຊື່ງເປັນເມືອງຫຼວງ ຂອງອານາຈັກລ້ານຊ້າງ, ແລະ ກ່ອນໜ້ານີ້ ພະອົງໄດ້ອັງເຊີນເອົາອົງ ພຣະ
ບາງ ມາປະທັບໄວ້ທີ່ວຽງຈັນ. ມາຮອດປີ 149 ຣາດຊະການຂອງພຣະເຈົ້າສາມແສນໄທ ຂື້ນປົກຄອງເມືອງ, ພຣະບາງ ຈື່ງຖືກນຳ
ເອົາໄປປະດິດສະຖານ ທີ່ເມືອງຫຼວງ ທີ່ ວັດນາງລອງ ແລະ ໄດ້ສະຖາປະນາ ປ່ຽນຊື່ເມືອງໃໝ່ຄື: ເມືອງຫຼວງພຣະບາງ,ແລະພຣະ
ບາງ ຈື່ງໄດ້ກາຍເປັນ ສິ່ງສັກກາລະບູຊາ ທັງເປັນສິ່ງສັກສິດຄູ່ບ້ານຄູ່ເມືອງ ຊື່ງເປັນສິ່ງທີ່ຄວນເຄົາລົບ ແລະ ນັບຖື ຈົນມາຮອດປະ
ຈຸບັນ.ໃນທຸກໆປີໃໝ່ລາວ ຈະມີການແຫ່ພຣະບາງຈາກຫໍພິພິຕະພັນ ຫຼື ອາດີດພຣະຣາດຊະວັງໄປຫາວັດໃໝ່ ແລະ ຈະມີການຫົດ
ສົງຕາມປະເພນີອັນດີງາມ ຂອງຊາວເມືອງຫຼວງພຣະບາງ ເພື່ອເປັນການສັກກະລະບູຊາ ຂໍພອນສຳລັບບຸນສົງການປີໃໝ່ລາວ.
ສຸສານຫຼວງ(ປ່າຊ້າ ເຈົ້າຊີວິດ)
ສຸສານຫຼວງ ຫ່າງຈາກຕົວເມືອງປະມານ 1 ກິໂລແມັດ. ຈະໄປຊົມສຸສານຫຼວງ ກໍ່ຕ້ອງຂີ່ເຮືອຫາງຍາວຕິດ ເຄື່ອງຈັກໄປ, ຂ້າມໄປ
ອີກຟາກໜື່ງຂອງແມ່ນ້ຳຂອງ ຢູ່ຝັ່ງຊຽງແມນທີ່ນີ້ຈະມີບ້ານເກົ່າແລະວັດເກົ່າຕັ້ງຢູ່ເທິງຈອມພູ ກໍ່ຄືວັດຈອມເພັດ .
ທ່ານສາມາດຊົມວິວທິວທັດທີ່ສວຍງາມຂອງເມືອງຫຼວງພະບາງ ໄດ້ຈາກຈຸດນີ້
ພູສີ
ພູສີ ເປັນພູສັກສິດຕັ້ງຢູ່ກາງເມືອງ ຫຼວງພະບາງ ແລະ ມີພຣະທາດ ສູງ 20 ແມັດ ຕັ້ງຢູ່ເທິງຈອມ. ເປັນສະຖານທີ່ຊົມວິວທິທັດ ຂອງ
ເມືອງໄດ້ເຖິງ 360 ອົງສາ ເຫັນຄວາມສວຍງາມໄດ້ທຸກມຸມຂອງ ຫຼວງພະບາງ, ນອກນັ້ນຍັງສາມາດເຫັນ ທິວທັດທຳມະຊາດ ຈຸດໄຫຼ
ພົບຂອງສາຍນ້ຳຂອງ ແລະ ສາຍນ້ຳຄານ.ນອກນັ້ນຍັງເປັນສະຖານທີ່ ຊົມຕາເວັນຕົກດິນທີ່ສວຍງາມ ຊຶ່ງບໍ່ມີແຫ່ງໃດຈະທຽບໄດ້. ຄຸ້ມ
ຄ່າແທ້ ກັບການທີ່ຕ້ອງຍ່າງຂື້ນໄປຕາມຂັ້ນໃດສູງຊັນເຖິງ 328 ຂັ້ນ, ຖ້າບໍ່ເຊື່ອ ລົງມາແລ້ວຍ່າງນັບຂື້ນໄປໃໝ່ກໍ່ໄດ້.
ແຂວງອຸດົມໄຊ
ອຸດົມໄຊ ຫຼື ເມືອງໄຊ ແມ່ນເຂດເທດສະບານເມືອງທີ່ມີຫຼາກຫຼາຍຊົນເຜົ່າ ຂອງແຂວງອຸດົມໄຊ. ຕັ້ງຢູ່ລະຫວ່າງນ້ຳໂກ ແລະ ອ້ອມຮອບ
ໄປດ້ວຍພູເຂົາ. ຕົວເມືອງແມ່ນເກີດຈາກການຮວມເອົາບ້ານນ້ອຍຫຼາຍໆ ແຫ່ງເຂົ້າກັນ. ແຂວງອຸດົມໄຊ ເປັນຈຸດສຳຄັນຂອງເສັ້ນທາງ
ຜ່ານ ໃນພາກເໜືອຂອງລາວ, ບໍ່ໄກຈາກຊາຍແດນຈີນ ແລະ ຫວຽດນາມ. ຊື່ງການທີ່ມຫຼາກຫຼາຍຊົນເຜົ່າອາໄສຢູ່ ໄດ້ກາຍເປັນເອກະ
ລັກ ສະເພາະທີ່ບໍ່ຄືເມືອງອື່ນໆ ຂອງຂົງເຂດນີ້. ຖືງແມ່ນວ່າຈະເປັນສະຖານທີ່ ທີ່ມີການຄົມມະນາຄົມຂົນສົ່ງ ແລະ ສັນຈອນຕະຫຼອດ
ເວລາ ຂອງຜູ້ຄົນຈາກທຸກທິດ, ທີ່ນີ້ກໍ່ຍັງເປັນສະຖານທີ່ ທີ່ມີຫຼາຍສິ່ງຫຼາຍຢ່າງທີ່ໜ້າສົນໃຈ ໃຫ້ໄດ້ຄົ້ນພົບເຊັ່ນ: ອາຫານການກິນ
ທີ່ແຊບແລະ ທິວທັດທຳມະຊາດທີ່ສວຍງາມ ເສັ້ນທາງໃນໝູ່ບ້ານຂອງຊົນເຜົ່າຕ່າງໆ ຢາຍໄປຕາມເນີນພູເຂົາ.
ນອກຈາກນີ້ ຍັງມີເມືອງນ້ອຍອີກເມືອງໜື່ງ ທີ່ມີວັດເກົ່າແກ່ ແລະ ເປັນທີ່ຮູ້ຈັກກັນດີຂອງແຂວງ ສ້າງຂື້ນມາໄດ້ຫຼາຍຮ້ອຍປີ. ວັດບ້ານ
ປາກລາຕັ້ງຢູ່ເມືອງລາ ຫ່າງຈາກເຂດເທດສະບານເມືອງ ປະມານ 28 ກິໂລແມັດ ເປັນວັດທີ່ມີປະຊາຊົນໃຫ້ຄວາມເຄົາລົບ ແລະສັກກະ
ລະບູຊາເປັນຢ່າງຍິ່ງ. ສະຖານທີ່ແຫ່ງນີ້ ຍັງເປັນເຂດເມືອງເກົ່າ ທີ່ສຳຄັນທາງດ້ານປະຫວັດສາດ.ໄປຊົມທິວທັດທຳມະຊາດທີ່ສວຍງາມ
ຂອງແມ່ນ້ຳລາ ທີ່ຈະສ້າງຄວາມປະທັບໃຈໃຫ້ແກ່ການເດີນທາງຂອງທ່ານເມື່ອໄດ້ມາທ່ອງທ່ຽວຢ້ຽມຢາມແຂວງອຸດົມໄຊ.
ແຂວງຜົ້ງສາລີ
ຜົ້ງສາລີ ເປັນທັງຊື່ຂອງເມືອງ ແລະ ຊື່ຂອງແຂວງ ຕັ້ງຢູ່ທາງພາກເໜືອສຸດຂອງປະເທດ, ກວມເອົາເນື້ອທີ່ເຂດພູເຂົາ ເປັນສ່ວນໃຫຍ່
ແລະ ເປັນເຂດທີ່ບໍ່ງ່າຍ ທີ່ຈະມີນັກທ່ອງທ່ຽວໄປຮອດໄປເຖິງ. ຜົ້ງສາລີ ເປັນເມືອງນ້ອຍໆ ຕັ້ງຢູ່ເນີນເປີ້ນພູເຂົາ, ທີ່ມີຄວາມສູງ 1.625
ແມັດ ຊື່ງຈັດເປັນໜື່ງ ໃນບັນດາພູທີ່ສູງຂອງປະເທດ, ມີເສັ້ນທາງຫຼັກສາຍດຽວ ແລະ ມີການຈັດຜັງເມືອງ ທີ່ໄດ້ຮັບອິດທິພົນການອອກ
ແບບ ມາຈາກປະເທດຈີນ. ແລະ ເນື່ອງຈາກວ່າ ຕັ້ງຢູ່ພູສູງ ຈື່ງເຮັດໃຫ້ມີອາກາດແຕກຕ່າງໄປ ຈາກອາກາດ ຕາມລະດູປົກກະຕິໃນລາວ,
ມັກມີຝົນຕົກເປັນປະຈຳ, ມີໝອກໜາ ແລະ ອາກາດໜາວ ໂດຍສະເພາະໃນລະດູແລ້ງ. ການໄດ້ມາທີ່ຜົ້ງສາລີແມ່ນຄຸ້ມຄ່າ ຖ້າວ່າມັກ
ສຶກສາ ແລະ ຊອກຮູ້ກ່ຽວກັບຊີວິດການເປັນຢູ່ແບບ ຊົນນະບົດ ຂອງບັນດາຊົນເຜົ່າທີ່ຢູ່ເຂດຫ່າງໄກ ສອກຫຼີກ. ມາທ່ຽວຊົມພູຟ້າ ເຊິ່ງເປັນພູທີ່ສູງກວ່າໝູ່ ແລະ ເປັນສະຖານທີ່ ທີ່ສາມາດຊົມທິວທັດຂອເມືອງທີ່ສວຍງາມທີ່ສຸດ.
ແຂວງຫຼວງນ້ຳທາ
ເມືອງສູນກາງເສດຖະກິດທີ່ຮຸ່ງເຮືອງໃນອະນາຄົດ ລະຫວ່າງປະເທດ ເຊິ່ງມີທ່າອ່ຽງໃນການຂະຫຍາຍຕົວ. ໃນທັດສະນະຂອງນັກ
ທ່ອງທ່ຽວແມ່ນຄຸ້ມຄ່າທີ່ຈະໄປຢ້ຽມຢາມ, ເປັນເມືອງທີ່ມີຈຳນວນຊົນເຜົ່າຕ່າງໆ ຫຼາຍທີ່ສຸດ ຢູ່ໃນຂົງເຂດນີ້.
ເມືອງສິງເມືອງສິງໄດ້ກາຍເປັນເມືອງ ເປົ້າໝາຍ ຂອງແຫຼ່ງທ່ອງທ່ຽວໃໝ່ທີ່ໜ້າປະທັບໃຈ ແລະ ເປັນທີ່ຮຽກຮ້ອງຕ້ອງການຫຼາຍ
ຂອງນັກທ່ອງທ່ຽວ.ຫ່າງຈາກ ຫຼວງນ້ຳທາພຽງແຕ່ 3 ຊົ່ວໂມງ ແລະ ຊາຍແດນຈີນ 20 ກິໂລແມັດ. ທ່ຽວຊົມໂຄງການທ່ອງທ່ຽວ
ແບບອະນຸຮັກທຳມະຊາດ ນ້ຳຫາ, ປະຫວັດການເປັນຢູ່ຂອເມືອງ ແລະ ໝູ່ບ້ານຊຸມຊົນຂອງບັນດາຊົນເຜົ່າ ຕ່າງໆ ລວມໄປເຖິງ
ການນຸ່ງຖື, ວັດທະນະທຳແລະ ຮີດຄອງປະເພນີທ້ອງຖິ່ນ.
ແຂວງຫົວພັນ
ຕັ້ງຢູ່ທາງທິດຕາເວັນອອກສຽງເໜືອຂອງປະເທດ ຊຶ່ງເກືອບສາມສ່ວນສີ່ ຂອງຊາຍແດນຕິດກັບປະເທດຫວຽດນາມ. ເມືອງວຽງ
ໄຊ ແມ່ນເຂດເທດສະບານເມືອງຂອງແຂວງ ເປັນທີ່ຕັ້ງຂອງບັນດາຖ້ຳຕ່າງໆ ຊຶ່ງຝ່າຍປະເທດລາວໄດ້ນຳໃຊ້ຖ້ຳ ເມືອງວຽງໄຊ
ແຫ່ງນີ້ ເປັນຖານທັບບັນຊາການ ໃນສະໄໝກອບກູ້ເອກະລາດ.
ບັນດາຖ້າທີ່ວຽງໄຊ ແຈກຢາຍກັນໄປເປັນສາຍສໃນເຄືອຂ່າຍ ຖໍ້າພູຫີນປູນ. ປະມານ 480 ກວ່າຖໍ້ານີ້ ໄດ້ກາຍເປັນທີ່ພັກອາໄສ
ຂອງປະຊາຊົນ 23.000 ກວ່າຄົນ, ໃນໄລຍະສົງຄາມເພື່ອເປັນບ່ອນລົບຊ້ອນຈາກການຖິ້ມລະເບີດ ຂອງສັດຕູ ຊຶ່ງໃນໄລຍະດຽວ
ກັນນັ້ນໃນຖໍ້າ ປະກອບມີໂຮງໝໍ, ໂຮງຮຽນ, ຫ້ອງບັນຊາການ, ຮ້ານຂາຍເຂົ້າຈີ່ ແລະ ເຂົ້າໜົມ, ຮ້ານຄ້າ ແລະ ໂຮງລະຄອນ
ຖໍ້າເປັນແຫຼ່ງທ່ອງທ່ຽວທີ່ສຳຄັນ, ຍັງມີສວນທາລະນະທີ່ມີວັດຖຸບູຮານ ຫີນຕັ້ງຊຶ່ງເປັນສະຖານທີ່ ທີ່ສຳຄັນທາງດ້ານປະຫວັດສາດ
ໃນຍຸກສະໄໝກ່ອນຂອງພາກເໜືອຂອງລາວ.ຫົວພັນມີທິວທັດທີ່ງົດງາມ ແລະ ສິລະປະຫັດຖະກຳຕໍ່າແພດັ້ງເດີມຂອງແຂວງ,ເປັນ
ທີ່ຮູ້ຈັກກັນດີ ມີຄວາມລະອຽດອ່ອນ ສວຍງາມທີ່ສຸດ ແລະ ເປັນທີ່ຍອມຮັບໃນຂົງເຂດອາຊີ.
ແຂວງຄຳມ່ວນ
ເມືອງທ່າແຂກ ຫ່າງຈາກນະຄອນຫຼວງວຽງຈັນ ໄປປະມານ 250 ກິໂລແມັດ ຕາມເສັ້ນທາງເລກທີ 13 ໃຕ້.ທ່າແຂກເປັນເມືອງ
ນ້ອຍ ທີ່ມີຮ່ອງຮອຍອາຄານສະຖານທີ່ ແບບຕາເວັນຕົກ ທີ່ເກົ່າແກ່ຂອງຍຸກສະໄໝຝຣັ່ງ ໃນຕົ້ນສັດຕະວັດທີ 20. ສິລະປະສະ
ຖາປັດຕະຍະກຳ ແລະ ຄວາມງາມຂອງເຮືອນຊານ ເຮັດໃຫ້ການເດີນທາງ ທ່ອງທ່ຽວເລາະເມືອງທ່າແຂກ ມີຄວາມປະທັບໃຈ.
ບໍ່ໄກຈາກຕົວເມືອງ ມີສະຖານທີ່ ທີ່ກວ້າງໃຫຍ່ ໜ້າທ່ຽວຊົມ ເປັນປ່າຫີນທີ່ຍັງແຫຼມຄົມ ພ້ອມທິວທັດທຳມະຊາດປ່າໄມ້ ທີ່ສວຍ
ງາມ. ນອກນັ້ນ ກໍ່ຍັງມີ ຖ້ຳຜາປ່າ ຊຶ່ງເປັນແຫຼ່ງທ່ອງທ່ຽວທີ່ມີສື່ສຽງ ຂອງເມືອງອີກດ້ວຍ.
ຖໍ້າກອງລໍ
ຖໍ້າກອງລໍ ເປັນຖໍ້າທີ່ມີຄວາມຍາວປະມານ 7 ກິໂລແມັດ ມີນໍ້າຫີນບູນໄຫຼຜ່ານຊຶ່ງເປັນທຳມະຊາດທີ່ມະຫັດສະຈັນຂອງໂລກ
ຖໍ້າ ຫຼື ອຸມົງ ເປັນຈຸດໃຈກາງ, ມີຄວາມຍາວ 100 ແມັດ ແລະ ມີຄວາມສູງເປັນຈຸດໆ. ສາມາດທ່ອງທ່ຽວໄປດ້ວຍເຮືອຊື່ງ
ຈະໃຂ້ເວລາປະມານ 1 ຊົ່ວໂມງ ເພື່ອນຳເລາະຊົມເບິ່ງທຳມະຊາດ ທີ່ສວຍງາມ ຂອງຫີນຜາຂົມຂາວເຫຼື້ອມລະຍິບລະຍັບ
ສະທ້ອນກັບແສງໂຄມໄຟ ທີ່ສາດສ່ອງໃສ່. ແນະນຳໃຫ້ໃສ່ເກີບຫຸ້ມສົ້ນ(ເກີບກິລາ)ໄປ, ເພາະອາດຈະຕ້ອງລົງຍ່າງເປັນບາງ
ຄັ້ງຄາວ.
ແຂວງສະຫວັນນະເຂດ
ສະຫວັນນະເຂດ ເປັນເມືອງທີ່ມີສະເໜ່ ແລະ ມີສະຖາປັດຕະຍະກຳແບບ ອະນານິຄົມຝຣັ່ງ ທີ່ຄົງຫຼົງເຫຼືອໄວ້ໃຫ້ໄດ້ຊົມ ແລະ
ໄດ້ສຶກສາຕັ້ງຢູ່ທາງພາກໃຕ້ຂອງປະເທດ ລຽບໄປຕາມເສັ້ນທາງເລກທີ 13 ໃຕ້, ຊຶ່ງເປັນເສັ້ນທາງທີ່ສຳຄັນຂອງປະເທດ.ເມືອງນີ້
ເປັນເມືອງທີ່ງຽບສະຫງົບ ຕັ້ງຍາວຢຽດລຽບແຄມແມ່ນ້ຳຂອງ ກົງກັນຂ້າມກັບ ຈັງຫວັດມຸກດາຫານ, ປະເທດໄທ.
ໃນປີ2007 ຂົວມິດຕະພາບ ລາວ-ໄທແຫ່ງທີ່ສອງໄດ້ສ້າງຂື້ນ ເພື່ອເຊື່ອມຕໍ່ສອງເມືອງນີ້ ແລະ ເພື່ອເປັນການພັດທະນາເສດຖະ
ກິດ ໃນຂົງ ເຂດນີ້ອີກດ້ວຍ. ສະຫວັນນະເຂດມີເຂດແດນກວ້າງໃຫຍ່ໄພສານ ການເປັນຊາຍແດນທີ່ສຳຄັນ ລະຫວ່າງ ປະເທດ
ໄທ ແລະ ຫວຽດນາມ ຊຶ່ງເປັນເຂດຍຸດທະສາດ. ທາງດ້ານພູມລຳເນົາ ໄດ້ອຳນວຍຄວາມສະດວກ ໃຫ້ແກ່ການຄ້າຜ່ານຊາຍ
ແດນ ລະຫວ່າງ ບັນດາປະເທດ ສະມາຊິກອາຊຽນ ອ້ອມຂ້າງ. ຕົວເມືອງສະຫວັນ ເປັນເມືອງບໍ່ໃຫຍ່ ອາຄານບ້ານເຮືອນ ມີ
ໂຄງສ້າງການຈັດສັນເປັນ ລະບຽບ, ອ້ອມຮອບຕະຫຼາດ ທີ່ເປັນສູນກາງ, ສະດວກ ແລະ ກໍ່ເປັນເລື້ອງງ່າຍ ທີ່ຈະຍ່າງເລາະຊົມ
ບິ່ງ ສະຖານທີ່ຕ່າງໆ ໃນເມືອງ.
ຫໍພິພິຕະພັນໄດໂນເສົາ
ໃນປີ 1936 ໃນຂະນະທີ່ມີການສໍາຫຼວດດິນ ແລະ ຄົ້ນຄວ້າທາງດ້ານທໍລະນີສາດ ຢູ່ພາກໃຕ້ຂອງລາວ,ທ່ານ ໂຈຊຸຍເອ ແຮລ
ມັນ ອົບເຟ້, ນັກຄົ້ນຄວ້າທໍລະນີສາດ ຂອງຝຣັ່ງ,ໄດ້ຄົ້ນພົບຮ່ອງຮອຍ ແລະ ກະດູກຂອງໄດໂນເສົາ ຢູ່ໃນເຂດ ບ້ານຕັ່ງຫວາຍ,
ຫ່າງຈາກເຂດເທດສະບານເມືອງອອກໄປ ທາງທິດຕາເວັນອອກປະມານ 120 ກິໂລແມັດ. ໃນນັ້ນມີ ກູດູກກະໂພກປ່ຽງໃຫຍ່
ແລະໂຄງກະດູກສັນຫຼັງປ່ຽງນ້ອຍຕ່າງໆ ຂອງໄດໂນເສົາ. ນອກນັ້ນ ກໍ່ຍັງມີສ່ວນອື່ນໆ ທີ່ສຳຄັນ ທີ່ຂຸດຄົ້ນໄດ້ ເຊັ່ນ:ຮ່ອງຮອຍ
ກະດູກແລະ ສິ່ງຕ່າງໆທີ່ກ່ຽວກັບສັດຈຳພວກ ກິນຫຍ້າ, ພວກທີ່ບໍ່ມັກມີກະດູກສັນຫຼັງ ທີ່ອາໄສໃນເຂດນໍ້າຈືດ,ແຂ້ ແລະ ເຕົ່າ,
ໃນຍຸກສະໄໝດຶກດຳບັນ, ທີ່ໄດ້ເອົາອອກມາວາງສະແດງ ໃຫ້ໄດ້ຊົມກັນ.ຫໍພິພິຕະພັນແຫ່ງນີ້ຕັ້ງຢູ່ ຖະໜົນຄັນທະບູລີ, ບ້ານໄຊ
ຍະພູມ,ເຂດເທດສະບານເມືອງຂອງແຂວງ.
ວັດໄຊະພູມ
ເປັນວັດທີ່ເກົ່າແກ່ ແລະ ສວຍງາມ ຂອງແຂວງສະຫວັນນະເຂດ, ມີພື້ນທີ່ກວ້າງຂວາງ ເຕັມໄປດ້ວຍອາຄານກຸຕິ ຂອງພະສົງ
ສາມະເນນແລະ ເຮືອນຊານບ້ານຊ່ອງ ຂອງພໍ່ແມ່ພີ່ນ້ອງຊາວສະຫວັນນະເຂດ ອ້ອມຮອບຢູ່ຢ່າງສະຫງົບ ປະມານ 200 ກວ່າ
ຊີວິດ. ວັດນີ້ ຕັ້ງຢູ່ແຄມຝັ່ງແມ່ນໍ້າຂອງ, ບ້ານໄຊຍະພູມ 1542 ຊຶ່ງເປັນສະຖານທີ່ ທີ່ມີສິລະປະ ສະຖາປັດຕະຍະກຳທີ່ບົ່ງບອກ
ເຖິງ ເມືອງສະຫວັນດັ້ງເດີມ ແລະ ຍັງຄົງສືບຕໍ່ເປັນສູນກາງ ແຫ່ງສຳຄັນທີ່ສຸດຂອງຊາວພຸດທະສະນິກກະຊົນ ໃນເຂດນີ້, ລວມ
ໄປເຖິງພະສົງ ຫຼື ນັກທ່ອງທ່ຽວ ທີ່ເດີນທາງມາຈາກແດນໄກ ເພື່ອມາສຳພັດກັບສະຖານທີ່ ທີ່ໜ້າປະທັບໃຈທີ່ເຕັມໄປດ້ວຍ
ຄວາມສະຫງົບ ໄປພ້ອມໆ ກັບການຮັບຕ້ອນ ຂອງພະສົງ ສາມະເນນ.
ທາດອິງຮັງ
ພຣະທາດ ອິງຮັງ ຕັ້ງຢູ່ຫ່າງຈາກຕົວເມືອງສະຫວັນນະເຂດ ປະມານ 12 ກິໂລແມັດ, ເປັນບູຮານສະຖານ ທີ່ສັກກະລະບູຊາ
ຂອງຊາວພຸດແລະ ເປັນສະຖານທີ່ສຳຄັນທາງສາສະໜາ ແຫ່ງທີ່ສອງຢູ່ພາກໃຕ້ຂອງລາວ ຮອງຈາກວັດພູຈຳປາສັກ ມໍລະດົກ
ໂລກ. ຕາມການເລົ່າຂານໄດ້ວ່າ ຖືກສ້າງຂື້ນໃນສະໄໝ ພຣະເຈົ້າ ຟ້າງຸ່ມ ໃນເວລາໄດ້ນຳກອງທັບ ເຄື່ອນຍ້າຍຂື້ໄປເມືອງຫຼວງ
ໃນກາງສັດຕະວັດທີ 14 ແລະ ແຕ່ກ່ອນເຄີຍເປັນສະຖານທີ່ ທີ່ພຣະພຸດທະເຈົ້າ ໄດ້ຢຸດແວ່ເຊົາ ຈຶ່ງກາຍເປັນທີ່ໄປທີ່ມາ ໃນການ
ສັກສະລະບູຊາຂອງຜູ້ຄົນ ຊຶ່ງເຊື່ອວ່າໃນທາດໄດ້ບັນຈຸ ເສັ້ນຜົມຂອງພຣະພຸດທະເຈົ້າ ທາດອິງຮັງ ແມ່ນໄດ້ຖືກບູລະນະ ປະຕິສັງ
ຂອນຄືນໃໝ່ ໃນປີ 1930. ຕາມປະເພນີດັ່ງເດີມ ທີ່ມີຄວາມເຊື່ອຖື ຫ້າມບໍ່ໃຫ້ຜູ້ຍິງເຂົ້າໄປໃນທາດ ສັກກະລະບູຊາ, ທຸກໆ ປີ
ຈະມີງານບຸນນະມັດສະການພຣະທາດ ໃນມື້ວັນເພັງ ເດືອນສາມລາວ.
ວັດເຮືອນຫີນ
ຮ່ອງຮອຍປະຫວັດສາດອັນເກົ່າແກ່ ນັບເປັນຫຼາຍຮ້ອຍປີແຫ່ງນີ້ ໄດ້ສ້າງຂື້ນ ໃນຍຸກສະໄໝຂອງອານາຈັກຂອມ ເປັນໂບຮານ
ສະຖານອີກແຫ່ງໜື່ງ ທີ່ບໍ່ຄວນພາດໃນການໄປຢ້ຽມຊົມ ສຳລັບຜູ້ສົນໃຈກ່ຽວກັບປະຫວັດສາດ ຄວາມຮຸ່ງເຮືອງ ສີວິໄລ ໃນຍຸກ
ສະໄໝຂອມ. ຖືວ່າເປັນສະຖານທີ່ເກົ່າແກ່ ທີ່ລໍ້າຄ່າທີ່ສຸດແຫ່ງໜື່ງ ໃນແຂວງສະຫວັນນະເຂດ. ຕາມຮ່ອງຮອຍປະຫວັດສາດ
ອາດເວົ້າໄດ້ວ່າ ເປັນວັດໃນສະໄໝທີ່ມີການສ້າງຜາສາດຫີນ ວັດພູ ທີ່ບົ່ງບອກເຖິງຄວາມຍິ່ງໃຫຍ່ຂອງ ອານາຈັກຂອມ. ວັດ
ເຮືອນຫີນ ຕັ້ງຢູ່ບ້ານດົງດອກໄມ້, ເມືອງສອງຄອນ, ໄປທາງທິດໃຕ້ ຫ່າງຈາກເຂດເທດສະບານເມືອງ ຂອງແຂວງສະຫວັນ
ນະເຂດ ໄປຕາມທາງເລກທີ 13 ໃຕ້ ປະມານ 65 ກິໂລແມັດໃນມື້ຂື້ນເດືອນເພັງ ຫຼື ພາຍຫຼັງຈາກການສະເຫຼີມສະຫຼອງບຸນ
ວັດ ພູຈຳປາສັກໜື່ງເດືອນ, ປະຊາຊົນທີ່ອາໄສຢູ່ເຂດນີ້ ຈະຈັດງານບຸນສະຫຼອງປະຈໍາປີ ທີ່ຜາສາດຫີນເກົ່າແກ່ແຫ່ງນີ້.
ແຂວງຈຳປາສັກ
ເມືອງປາກເຊ ເປັນເມືອງທີ່ມີການເຕີບໃຫຍ່ຂະຫຍາຍຕົວຢ່າງໄວວາ ແລະ ນັບມື້ເປັນທີ່ຮູ້ຈັກກັນດີ ຂອງທັງນັກທ່ອງທ່ຽວຕ່າງ
ປະເທດ ແລະ ປະຊາຊົນລາວ. ເປັນເຂດເຊື່ອມຕໍ່ທາງດ້ານການຄ້າ ລະຫວ່າງປະເທດທີ່ສຳຄັນ ແລະ ເປັນຈຸດສູນກາງຂອງການ
ອອກເດີນທາງ ໄປທ່ອງທ່ຽວແຫ່ງຕ່າງໆ ຂອງພາກໃຕ້. ສະນັ້ນ ຈະໃຊ້ເວລາທ່ອງທ່ຽວເປັນອາທິດ ຫຼື ນອນຄ້າງຄືນພຽງແຕ່ມື້
ດຽວທີ່ປາກເຊ ກໍ່ບໍ່ເປັນບັນຫາ.
ລັດຖະບານ ໄດ້ສົ່ງເສີມວຽກງານສະເໜີແຫຼ່ງ ທ່ອງທ່ຽວ ຂອງຂົງເຂດນີ້ຢ່າງ ລະມັດລະວັງທີ່ສຸດ, ເພາະມັນອາດກໍ່ໃຫ້ເກີດຜົນສະ
ທ້ອນຕາມມາ ຕໍ່ລະບົບການຂະຫຍາຍຕົວຂອງເມືອງ ທີ່ໄວເກີນຄວນ ເຮັດໃຫ້ການບໍລິການ ອາດບໍ່ສາມາດຕອບສະໜອງ ໄດ້
ຕາມ ຄວາມຕ້ອງການຂອງນັກທ່ອງທ່ຽວ. ການທ່ອງທ່ຽວໃຂຂົງເຂດນີ້ ອາດໃຊ້ເວລາຫຼາຍໃນການເດີນທາງຈາກຈຸດ ໜື່ງໄປຍັງ
ອີກ ຈຸດໜື່ງ, ປາກເຊເປັນເມືອງທີ່ກວ້າງໃຫຍ່ກວ່າໝູ່ ຢູ່ທາງພາກໃຕ້ຂອງລາວ ແລະ ມີຈຸດຜ່ານ ເຊື່ອມຕໍ່ກັບບັນດາປະເທດ
ເພື່ອນ ບ້ານ ໄປມາຫາສູ່ສະດວກສະບາຍ.
ວັດພູ
ບູຮານສະຖານວັດຖຸ ຕັ້ງຢູ່ພາກໃຕ້ຂອງລາວ ທີ່ແຂວງຈຳປາສັກ ຊຶ່ງເປັນແຂວງທີ່ມີຊາຍແດນຕິດກັບ ປະເທດກຳປູເຈຍ ຫ່າງ
ຈາກອັງກໍວັດປະມານ 200 ກິໂລແມັດ ແລະ ປະມານ 1 ຊົ່ວໂມງ ໄປທາງລົດຈາກປາກເຊ. ວັດພູຈຳປາສັກ ໄດ້ຖຶກຮັບຮອງ
ໃຫ້ເປັນມໍລະດົກໂລກ ຈາກອົງການ ຢູເນສໂກ (UNESCO). ເປັນສະຖາປັດຕະຍະກຳພິເສດແຫ່ງໜື່ງ ທີ່ມີສິດເກົ່າແກ່ ຊຶ່ງເປັນ
ອາຄານກົກເຄົ້າ ສ້າງຂື້ນໃນ ສັດຕະວັດທີ 6, ຈາກນັ້ນກໍ່ມີການຕໍ່ເຕີມຕາມຍຸກສະໄໝຕໍ່ມາ ຈົນມາເຖິງສັດຕະວັດທີ 15.
ວັດພູ ເປັນບູຮານສະຖານທີ່ໄດ້ອິດທິພົນ ທາງດ້ານວັດທະນະທຳ ມາຈາກຫຼາຍແຫ່ງ ຊຶ່ງລວມມີສິລະປະຂອມ, ອິນດູ ແລະ ພຸດ
ຕາມຮ່ອງຮອຍຫຼັກຖານທີ່ສະແດງໃຫ້ເຫັນ ໃນລວດລາຍສິລະປະຕາມສະຖານທີ່ຕ່າງໆ ໃນຂົງເຂດວັດແຫ່ງນີ້ ບໍ່ວ່າຈະເປັນຮິດ
ຄອງ ຫຼື ການເຊື່ອຖື.
ສິ່ງທີ່ຍັງຄົງໄວ້ໃຫ້ເຫັນມາຮອດ ປະຈຸບັນ ຂອງວັດພູ ທີ່ເລີ່ມສ້າງມາແຕ່ ຈ.ສ 1000 ກໍ່ຄື: ສິລະປະຂອງຮິນດູ,ໂດຍມີການເຊື່ອ
ຖືເທບພະເຈົ້າຂອງສາສະໜາອິນດູ ຈາກປະກົດການທຳມະຊາດພູເກົ້າ ຊຶ່ງເປັນຈຸດປະກາຍຫຼັກ ໃນການມາສ້າງວັດພູ. ສ່ວນປະ
ກອບຂອງວັດມີຮູບຊົງໄຕຣມູມ, ເປັນລຳດັບ ຄືມີການຄິດໄລ່ທີ່ຊັດແຈ້ງເຊັ່ນ: ຮ່ອງນໍ້າ ທີ່ສົ່ງນໍ້າສັກສິດ ຍາວຢຽດອອກໄປເຖິງ
10 ກິໂລແມັດ ທີ່ສ້າງດ້ວຍຜູ້ຄົນ ໄດ້ອ້າງໃຫ້ຮູ້ເຖິງການອອກແບບຄັ້ງທຳອິດ ຂອງສັງຄົມຢູ່ໃນປະຫວັດສາດນຳອີກດ້ວ.ປັດໃຈ
ອື່ນກ່ຽວກັບການມີອຳນາດແຊກແຊງ ລັດຖິອິນດູ ແລະ ການເລືອກສະຖານທີ່ສ້າງວັດພູ ແມ່ນເລືອກເອົາເສັ້ນຂະໜານທິດຕາ
ເວັນອອກ-ຕາເວັນຕົກ ເປັນຫຼັກ,ເຊັ່ນດຽວກັນກັບຈອມພູເກົ້າ ຊຶ່ງປະກອບກັບປະກົດການທາງທຳມະຊາດ ຮ່ວມກັບແນວຄິດຂອງ
ພຣະສີວະ ສາສະໜາອິນດູ. ການຖືຕາເວັນຂື້ນ ກໍ່ມີຄວາມກ່ຽວພັນກັບພຣະສີວະ, ດັ່ງນັ້ນມັນຈື່ງໄດ້ເກີດມີການເລືອກທິດທາງ
ໃຫ້ມັນໄປລວງດຽວກັບທິດຕາເວັນອອກ-ຕາເວັນຕົກ.
ຫຼັງຈາກຫຼາຍສັດຕະວັດ ຂອງການລີ້ຊ້ອນຢູ່ໃນຄວາມຊຸດໂຊມ, ຖືກປົກປິດໄວ້ຢູ່ໃນປ່າ,ນັກສຳຫຼວດທາງຊາວຝຣັ່ງ, ທ່ານ ອອງ
ຣີ ປາກມອງຈີເອ,ຈຶ່ງໄດ້ຄົ້ນພົບ ວັດພູຄືນອີກໃນປີ 1914. ຫຼັງຈາກໄດ້ຖ່າຍຮູບເອົາສະຖານທີ່ນີ້ ແລ້ວ,ອີກຄັ້ງໜື່ງ ແລະ ກໍ່ມິດ
ງຽບຫາຍໄປ ໂດຍຄວາມບໍ່ໄດ້ເອົາໃຈໃສ່ໃຫ້ຄວາມສຳຄັນ. ຄວາມສົນໃຈໄດ້ກັບຄືນມາອີກເທື່ອໃໝ່ ໃນກາງປີ 1980 ເວລາທີ່ອົງ
ການ ຢູ ເນັດສ ໂກ(UNESCO) ໄດ້ເລີ່ມຕົ້ນລົງໄປສຳຫຼວດ ດ້ານບູຮານສະຖານ ຂອງສະຖານທີ່ແຫ່ງນີ້.ການລົງສຳຫຼວດໃນ
ເທື່ອນີ້ ໄດ້ນຳໄປສູ່ການຈົດບັນທຶກເຂົ້າ ເປັນມໍລະດົກພາຍໃຕ້ການຄຸ້ມຄອງຂອງ ກົດໝາຍວ່າດ້ວຍ ມໍລະດົກທີ່ໄດ້ສ້າງຂື້ນ, ຊຶ່ງມີ
ເນື້ອໃນວ່າດ້ວຍການປົກປັກຮັກສາບູລະນະ ອະນຸຮັກສະຖານທີ່ນີ້ໄວ້ ໃນປີ 2001.
ພູພຽງບໍລະເວນ
ຕາມເສັ້ນທາງເລກທີ 13 ໃຕ້ ຈາກປາເຊ ໄປຫາ ປາກຊ່ອງ,ທ່ານສາມາດ ໄປທ່ຽວເລາະຊົມນໍ້າຕົກອີກຫຼາຍໆ ແຫ່ງ ໃນເຂດ
ທົ່ງພຽງບໍລະເວນ ຊຶ່ງເປັນໜື່ງໃນບັນດາແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈ ຂອງແຂວງຈຳປາສັກ. ຈາກຕົວເມືອງປາກເຊ ໄປໄດ້ປະ
ມານ 21 ກິໂລແມັດ ໃຫ້ລ້ຽວຊ້າຍທີ່ ຫຼັກ 21 ແລະ ມຸ້ງໜ້າໄປຕໍ່ອີກ 15 ກິໂລແມັດ,ກໍ່ຈະໄປຮອດ ນໍ້າຕົກຜາສ້ວມ. ກັບຄືນ
ມາເອົາທາງເກົ່າ ປາກເຊ-ປາກຊ່ອງ ໄປຕໍ່ໃຫ້ຮອດ ຫຼັກ 35 ກໍ່ຈະໄດ້ພົບກັບ ນໍ້າຕົກຕາດອີ່ຕູ່. ບໍ່ໄກຈາກທີ່ນີ້ໄປ ທີ່ຫຼັກ 38ຈະ
ມີໝູ່ບ້ານນ້ອຍ ຊຶ່ງຢູ່ທີ່ນັ້ນ ສາມາດໄປທ່ຽວເບິ່ງນໍ້າຕົກຕາດຟານ, ຊຶ່ງເປັນທີ່ຊ່າລືກັນວ່າ ເປັນຕາດທີ່ງາມທີ່ສຸດ ໃຂແຂວງນີ້.
ນອນພັກຄ້າງຄືນຢູ່ບັງກະໂລ ຂອງຕາດຟານຣີສອດ ຈັກໜື່ງຄືນກໍ່ດີ ຈະໄດ້ມີເວລາຊື່ນຊົມທຳມະຊາດ ເນື່ອງຈາກວ່າບັງກະໂລ
ຕັ້ງຢູ່ຕາມເປີ້ນພູ ສາມາດເຫັນໄດ້ຢ່າງກວ້າງໄກຂອງສາຍນໍ້າ ແລະ ອາຍໝອກທີ່ໜ້າມະຫັດສະຈັນ.ເດີນທາງຕໍ່ໃນມື້ນັ້ນ ໄປ
ຮອດເມືອງທ່າແຕງ ຈະເຫັນນໍ້າຕົກຕາດເລາະ ຊຶ່ງເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງ ຂອງແຂວງສາລະວັນ. ທົ່ງພຽງບໍລະເວນນັ້ນ
ຖືວ່າໂດ່ງດັງ ແລະ ມີຊື່ສຽງທີ່ສຸດ ທາງດ້ານການຜະລິດກາເຟຂອງປະເທດ.
ນໍ້າຕົກຕາດຄອນພະເພັງ
ແມ່ນໜື່ງໃນບັນດາສະຖານທີ່ ນໍ້າຕົກຕາດທີ່ກວ້າງໃຫຍ່ທີ່ສຸດ ແລະ ມີແມ່ນໍ້າຂອງໄຫຼຜ່ານ ເປັນບໍລິເວນກວ້າງເຖິງ 14 ກິໂລ
ແມັດ.ມີນໍ້າຕົກທີ່ສູງ ແລະ ແຮງທີ່ໜ້າປະທັບໃຈທີ່ສຸດ ໂດຍສະເພາະໃນລະດູຝົນ ກະແສນໍ້າຈະໄຫຼຄົດລ້ຽວ ແລະ ໂຫດຮ້າຍ.
ນໍ້າຕົກຕາດແຫ່ງນີ້ ແມ່ນໄດ້ຖືກສະຖາປະນາໃຫ້ເປັນ ນໍ້າຕົກຕາດທີ່ໃຫຍ່ທີ່ສຸດ ທາງດ້ານບໍລິມາດ ຢູ່ໃນອາຊີຕາເວັນອອກສຽງ
ໃຕ້. ນອກຈາກຄວາມສວຍງາມຂອງ ນໍ້າຕົກຄອນພະເພັງ ທີ່ເຕັມໄປດ້ວຍໂງ່ນຫີນສະຫຼັບຢາຍກັນແລ້ວ ກໍ່ຍັງມີພາບການທຳ
ມາຫາກິນ ຂອງຊາວບ້ານຄື: ເຕັກນິກວິທີຈັບປາແບບດັ່ງເດີມ. ນອກນັ້ນ ຍັງມີສະຖານທີ່ນໍ້າຕົກຕາດ ທີ່ໜ້າປະທັບໃຈອີກແຫ່ງ
ໜື່ງຊື່ວ່າ: ຫຼີ່ຜີ,ຊຶ່ງສາມາດ ເຂົ້າໄປໄດ້ທາງເຮືອ ຈາກບ້ານນາກະສັງໄປ. ຖ້າໂຊກດີກໍ່ອາດຈະເຫັນປາຂ່າ ໂລມານໍ້າຈືດ ທີ່ລອຍ
ຫຼີ້ນໃນແມ່ນໍ້າຂອງ.ເມື່ອໄປເຖີງດອນຄອນ ກໍ່ໄປເບິ່ງຫົວລົດໄຟເກົ່າ ໃນສະໄໝຝຣັ່ງເຂົ້າມາປົກຄອງ. ສະຖານທີ່ຕ່າງໆ ທັງໝົດ
ແມ່ນສະດວກໃນການເຂົ້າໄປຮອດໄປເຖິງ ແລະ ຄຸ້ມຄ່າໃນການທ່ອງທ່ຽວ.ຖ້າຈະຢຸດພັກຍາວ ກໍ່ມີເຮືອນພັກແບບລາວໆ ໃຫ້ພັກ
ເຊົາ.
ແຂວງສາລະວັນ
ແຂວງສາລະວັນ ເປັນແຂວງນ້ອຍທີ່ບໍ່ແຕກຕ່າງຫຍັງຫຼາຍ ກັບແຂວງອື່ນໆ ໃນພາກໃຕ້ຂອງລາວ ເຊັ່ນ: ເຊກອງ ແລະ ອັດຕະ
ປື.ຖ້າວ່າແຂວງນີ້ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວ ທີ່ຮູ້ຈັກກັນດີ ກໍ່ຍ້ອນຄວາມຢູ່ຫ່າງໄກສອກຫຼີກ ແລະ ມີທາງເລືອກທ່ອງທ່ຽວ
ທຳມະຊາດ ທີ່ຫຼາກຫຼາຍ ຊຶ່ງເປັນຄຸນສົມບັດ ທີ່ນັກທ່ອງທ່ຽວປາດຖະໜາ ທີ່ຢາກຈະພົບກັບຄວາມສົດຊື່ນສວຍງາມ ແບບທຳມະ
ຊາດ ຂອງລາວທີ່ໄກອອກໄປ ຈາກທຸກໆ ສະຖານທີ່. ສິ່ງໜື່ງໃນຫຼາຍສິ່ງທີ່ໜ້າສົນໃຈ ຂອງທີ່ນີ້ ແມ່ນມີຊົນເຜົ່າທີ່ຫຼາກຫຼາຍ
ລວມທັງໝົດປະມານ 14 ຊົນເຜົ່າ ທີ່ມີເຊື້ອສາຍແຕກຕ່າງກັນ. ສາມາດທ່ຽວເລາະຊົມໝູ່ບ້ານ ທີ່ມີກິດຈະກຳ ຫັດຖະກຳຕໍ່າຫູກ
ທີ່ເປັນປະເພນີຂອງທ້ອງຖິ່ນ ແລະ ຍ່າງຫຼີ້ນຕາມເສັ້ນທາງ ຍຸດທະສາດໂຮ່ຈີມິນ ສົງຄາມອິນດູຈີນ.ນອກນັ້ນ ທີ່ບ້ານຕຸມລານ
ເຂດຊົນເຜົ່າກະຕັງ ເຊິ່ງມີປະເພນີສິລະປະ ຫັດຖະກຳທີ່ບໍ່ມີໃຜຄື. ຂົວ ສຸພານຸວົງ ເປັນອີກສິ່ງໜື່ງທີ່ໜ້າສົນໃຈ ຂອງປະຫວັດ
ສາດລາວຍຸກໃໝ່ ເຄີຍເປັນເສັ້ນທາງຫຼັກຂອງການຄ້າ-ຂາຍ ລະຫວ່າງລາວກັບຫວຽດນາມ ໃນໄລຍະສົງຄາມ.
ແຂວງສາລະວັນ ເປັນແຂວງທີ່ນັກທ່ອງທ່ຽວ ມີຄວາມຮຽກຮ້ອງຕ້ອງການຢາກໄປທ່ອງທ່ຽວຫຼາຍ ເພາະເປັນສະຖານທີ່ ທີ່ສວຍ
ງາມສຳລັບການທ່ອງທ່ຽວທຳມະຊາດ ນໍ້າຕົກຕາດ, ຊຶ່ງໃນນັ້ນບັນດານໍ້າຕົກຕາດທີ່ໂດດເດັ່ນ ແລະ ສວຍງາມຂອງແຂວງກໍ່ມີ
ນໍ້າຕົກຕາດເລາະ ຊຶ່ງໄດ້ມີການພັດທະນາບຸກເບີກ ໃຫ້ເປັນສະຖານທີ່ທ່ອງທ່ຽວ ທີ່ສົມບູນແບບ ຄືມີບ່ອນພັກເຊົາທີ່ຮຽບງ່າຍທ່າມ
ກາງທຳມະຊາດ ໃນບັນຍາກາດຂອງສຽງນໍ້າຕົກຕາດ ທີ່ໃຫ້ຄວາມສົດຊື່ນ, ຄຽງຄູ່ໄປກັບຄວາມສວຍງາມ ຂອງນໍ້າທີ່ໄຫຼເປັນສາຍ
ເບິ່ງແລ້ວສຸກກາຍສະບາຍໃຈ. ກິດຈະກໍາຍ່າງປ່າ ຫຼື ຂີ່ຊ້າງ ທ່າມກາງບັນຍາກາດທີ່ຮົ່ມເຢັນ ຂອງປ່າທີ່ປົກຄຸມໄປດ້ວຍຕົ້ນໄມ້
ທີ່ຂຽວສົດງົດງາມ ເປັນສິ່ງທີ່ປະທັບໃນທີ່ສຸດ ແລະ ບໍ່ຄວນພາດ.
ແຂວງເຊກອງ
ແຂວງເຊກອງ ຕັ້ງຢູ່ທາງພາກໃຕ້ຂອງລາວ ມີຊາຍແດນຕິດກັບປະເທດຫວຽດນາມ ຍາວຢຽດໄປຕາມທິດຕາເວັນອອກ ຕໍ່ໃສ່ເຂດ
ທົ່ງພຽງບໍລະເວນ, ແຂວງເຊກອງ ຍັງເປັນສະຖານທີ່ເຂດຫ່າງໄກສອກຫຼີກ ແລະ ຍັງບໍ່ທັນມີນັກທ່ອງທ່ຽວ ມາຢ້ຽມຢາມຫຼາຍຄື
ກັບແຂວງອື່ນໆ ໃນປະເທດ. ສຳລັບນັກທ່ອງທ່ຽວ ທີ່ມັກການປະຈົນໄພ ອາດຈະມີຄວາມປະທັບໃຈເປັນພິເສດ ເພາະຈະເປັນ
ການທ້າທາຍໃນການດຳລົງຊີວິດ ທີ່ຂາດຄວາມສະດວກສະບາຍ ທີ່ເຄີຍເຮັດມາເປັນປະຈຳ. ເຊກອງ ແມ່ນແຂວງທີ່ມີຄວາມໂດດ
ເດັ່ນ ໃນເລື່ອງຂອງທຳມະຊາດທີ່ຫຼາກຫຼາຍ ມີແມ່ນໍ້າເຊກອງໄຫຼຜ່ານ ໜ້າຜາໃຫຍ່ດັກຈຶ່ງ ທີ່ສູງຊັນເຖິງ 1.500 ແມັດ, ຕັ້ງຢູ່ທາງ
ທິດຕາເວັນອອກ ແລະ ເຂດອະນຸຮັກປ່າສະຫງວນ ເຊຊັບ ຢູ່ທິດໃຕ້. ນອກຈາກນັ້ນ ຍັງມີພູຕ່າງໆ ລຽນລາຍໄປຕາມກັນທີ່ໜ້າ
ປະທັບໃຈ ເປັນຈຳນວນຫຼາຍ.ໄປຊື່ຍົມກັບຄວາມສວຍງາມ ຂອງນໍ້າຕົກຕາດ ລວມທັງ ນໍ້າຕົກອໍາຕົກ ຊຶ່ງໄຫຼມາຈາກ ປ່າດົງຕຶບ
ໜາ ແລະ ຕົກຈາກຄວາມສູງ 100 ກວ່າແມັດ ເຮັດໃຫ້ເກີດສຽງດັງ ສະນັ່ນຫວັ່ນໄຫວ. ທີ່ນີ້ຈະມີບັນດາຊົນເຜົ່າຕ່າງໆ ທີ່ໃຫ້ມິດ
ຕະພາບດີ ແລະ ລັກສະນະການຕ້ອນຮັບ ທີ່ໜ້າປະທັບໃຈ.
ແຂວງອັດຕະປື
ແຂວງອັດຕະປື ມີເຂດອະນຸຮັກປ່າສະຫງວນ 2 ແຫ່ງຄື: ເຊປຽນ ແລະ ດົງອໍາພັນ ຊຶ່ງຈະສ້າງຄວມປິຕິຍິນດີສໍາລັບກນທ່ອງທ່ຽວ
ແບບອະນຸຮັກທຳມະຊາດ ເພາະຍັງມີປ່າດົງ ທີ່ໃຫຍ່ຕຶບໜາ, ມີສັດປ່າອາໄສຢູ່ຢ່າງຫຼວງຫຼາຍ ແລະ ມີ 3 ແມ່ນໍ້າຄື: ເຊກອງ,ເຊ
ຂະໜານ ແລະ ເຊຊູ ທີ່ກຳນົດເຂດແດນທີ່ສວຍງາມຂອງແຂວງແຫ່ງນີ້. ການເດີນທາງສາມາດລ່ອງເຮືອຕາມ ແມ່ນໍ້າເຊກອງ ທີ່
ໝາຍເຂດແດນລະຫວ່າງປະເທດລາວ ແລະ ກຳປູເຈຍ, ຈາກນັ້ນກໍ່ຜ່ານຂື້ນມາໃສ່ແມ່ນໍ້າເຊປຽນ ເພື່ອເຂົ້າຫາເຂດອະນຸຮັກປ່າສະ
ຫງວນເຊປຽນ. ໜອງຟ້າ ຕັ້ງຢູ່ເຂດຫ່າງໄກສອກຫຼີກ ແລະ ຍັງບໍ່ທັນເປັນທີ່ຮູ້ຈັກກັນດີ ຂອງຜູ້ຄົນ, ເປັນໜອງທີ່ກວ້າງໃຫຍ່ກຳ
ເນີດຈາກພູເຂົາໄຟເກົ່າ. ແຂວງນີ້ຢູ່ຕອນໃຕ້ສຸດຂອງລາວ ເປັນແຂວງໜື່ງທີ່ເຕັມໄປດ້ວຍ ຊັບພະຍາກອນອັນລັບຄ່າ ທີ່ຍັງບໍ່ຖຶກ
ຂຸດຄົ້ນ. ນັກທ່ອງທ່ຽວມີໂອກາດໄປຢ້ຽມຊົມ ຈະບໍ່ຜິດຫວັງ. ໄປຊົມນໍ້າຕົກຕາດຊິວເພ, ສະມົງຜັກ ແລະ ຊິວປົງແລ ທີ່ສວຍງາມ
ເລືອກຈະຍ່າງ ຫຼື ໄປທາງເຮືອ ລ່ອງຕາມແມ່ນໍ້າເຊປຽນກໍ່ໄດ້. ພັກເຊົາຈັກຄືນກັບຄອບຄົວໜື່ງທີ່ບ້ານໃໝ່ ແມ່ນເປັນປະສົບການ
ທີ່ຕ້ອງລອງ.
|
|
|
|